ຝຶກອົບຮົມຄູຝຶກວຽກງານຕ້ານການຄ້າມະນຸດຂອງຂະແໜງການຍຸຕິທຳ ທີ່ ແຂວງ ຫຼວງພະບາງ

ໃນວັນທີ 30 ຕຸລາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດຊຸດຝຶກອົມຮົມການເປັນຄູຝຶກວຽກງານຕ້ານການຄ້າມະນຸດ ໃຫ້ແກ່ພະນັກງານຂະແໜງຍຸຕິທຳ ຢູ່ທີ່ ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີ ທ່ານຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍພ້ອມດ້ວຍຄະນະ, ມີຄະນະພະແນກຍຸຕິທຳແຂວງ ຫຼວງພະບາງ, ຫົວໜ້າຂະແໜງ ແລະ ນັກຝຶກອົບຮົມຈາກຫ້ອງການຍຸຕິທຳເມືອງ 11 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມຈຳນວນ 65 ທ່ານ, ຍິງ 9 ທ່ານ.

ໃນພິທີທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມ ໂຄສະນາເຜີຍແຜ່ກົດໝາຍ ໄດ້ຂຶ້ນກ່າວຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານໂຄສະນາເຜີຍແຜ່ກົດໝາຍຢູ່ແຂວງ ຫຼວງພະບາງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ.

ການຝຶກອົບຮົມໃນຄັ້ງນີ້ ນັກຝຶກອົມຮົມ ໄດ້ຮຽນຮູ້ກ່ຽວກັບ ສະພາບການຄ້າມະນຸດ ໂດຍສັງເຂບ, ເຕັກນິກການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດ, ການເຂົ້າເຖິງສື່ໂຄສະນາກົດໝາຍທາງເອເລັກໂຕຣນິກ, ການເອົາເດັກນ້ອຍລາວໄປເປັນລູກລ້ຽງແອບແຝງ, ການແຕ່ງດອງແອບແຝງ, ການກຳນົດຕົວຜູ້ຖືກເຄາະຮ້າຍ, ການໃຫ້ຄວາມຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ການແນະນໍາວຽກງານຕ້ານການຄ້າມະນຸດ ຂອງຂະແໜງການຍຸຕິທຳ ໃນຕໍ່ໜ້າ. ຕະຫຼອດໄລຍະຂອງການຝຶກອົມຮົມ ເຫັນວ່ານັກຝຶກອົບຮົມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ, ຍົກເອົາບັນຫາຕົວຈິງທີ່ເກີດຂຶ້ນໃນສັງຄົມຂຶ້ນມາສົນທະນາ ແລກປ່ຽນບົດຮຽນກັນ ໂດຍມີການແບ່ງເປັນກຸ່ມຄົ້ນຄວ້າ ແລະ ຂຶ້ນລາຍງານ ເພື່ອແລກປ່ຽນ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ດ້ວຍບັນຍາກາດທີ່ຟົດຟື້ນ.

ໃນຕອນທ້າຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມຄັ້ງນີ້ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຄະນະຄູຝຶກອົມຮົມ ທີ່ໄດ້ເອົາໃຈໃສ່ຂຶ້ນຫ້ອງສິດສອນ, ນໍາສະເໜີຫົວຂໍ້ຕ່າງໆ ແລະ ບັນດານັກຝຶກອົບຮົມ ກໍໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ດ້ວຍຄວາມຮັບຜິດຊອບສູງ ແລະ ທ່ານໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາບົດຮຽນ, ຄວາມຮູ້ ທີ່ໄດ້ຮັບຈາກການຝຶກອົບຮົມໃນຄັ້ງນີ້ໄປໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້, ໃຫ້ມີສະຕິລະວັງຕົວຕໍ່ເລ່ກົນຂອງກຸ່ມຄົນບໍ່ດີ ທີ່ເຮັດໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະ ໄວໜຸ່ມອາດຈະຕົກຢູ່ໃນຄວາມສ່ຽງຂອງຂະບວນການຄ້າມະນຸດ ພ້ອມທັງໝູນໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນການເຄື່ອນໄຫວວຽກງານທີ່ຕົນຮັບຜິດຊອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເທື່ອລະກ້າວ.

ການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 3 ວັນ ແລະ ອັດລົງໃນວັນທີ 1 ພະຈິກ 2019 ດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ ແລະ ຖ່າຍພາບ: ສົມຫວັງ ບົວລະພັນ

ປະເພດຂ່າວ: