ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ຢູ່ແຂວງຫົວພັນ

     ​ໃນ​ລະຫວ່າງວັນ​ທີ 24-26 ​ເມສາ 2017ທີ່​ຜ່ານ​ມາ ກົມ​ໂຄສະນາ​ເຜີຍແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ຮ່ວມກັບ​ໂຄງການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ພັດທະນາ​ລັດ​ທີ່ປົກຄອງດ້ວຍກົດໝາຍ​ ໄດ້​​ລົງ​ເຄື່ອນ​ໄຫວໂຄສະນາເຜີຍ​ແຜ່​ກົດໝາຍ​  ​ຢູ່ 3 ​ເມືອງ​ຂ​ອງ​ແຂວງ​ຫົວພັນ ​ຄື: ​ເມືອງ​ວຽງ​ໄຊ, ​ເມືອງ​ຊຽງຄໍ້, ​ເມືອງ​​ແອດ ໂດຍ​ການນຳພາ​ຂອງ​ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​​ເຂົ້າ​ຮ່ວມ​ມີ​ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວ ໜ້າພະ​ແນ​ກຍຸຕິ​ທຳ​ແຂວງ​ຫົວພັນ ຮອງ​ຫົວໜ້າພະ​ແນ​ກ, ພະນັກງານ-ລັດຖະກອນ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນພາຍ​ໃນ​ເມືອງຂອງ​ແຂວງ​ຫົວພັນ​ເຂົ້າ​ຮວ່ມຮັບ​ຟັງຢ່າງ​ພ້ອມພຽງ.

     ໃນ​ພິທີ​ຜູ້​ເຂົ້າ​ຮວ່ມໄດ້​ຮັບ​ຊົມ​ການ​ສາຍຮູບ​ເງົາ​ທີ່​ມີ​ເນື້ອ​ຫາ​ສ່ອງ​​ແສງ​ເຖິງບາງ​ມາດຕາ​ຂອງ​ກົດໝາຍທີ່​ຕິດ​ພັນ​ກັບ​ການ​ດຳລົງ​ຊີວິດຂອງ​ປະຊາຊົນ ຫຼັງຈາກ​ນັ້ນ​ໃນ​ພິທີ​ກໍ​ໄດ້​ເປີດ​ໂອກາດ​ໃຫ້​ພໍ່​ແມ່​ປະຊາຊົນ ​ໄດ້​ສົນທະນາ​​ແບບ​ຖາມ-​ຕອບກຽ່ວກັບ​ກົດໝາຍ ​ແລະ ຂັ້ນ​ຕອນການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ ​ແລະ ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍ ພ້ອມ​ດຽວກັນ​ນັ້ນ ​ກໍ​ມີ​ການ​ແຈກ​ປື້​ມກົດໝາຍ, ​ແຜ່ນ​ຊີ​ດີ,​ ແຜ່ນ​ພັບ ​ແລະ ​ເສື້ອ​ທີ່​ລະນຶກ​ຈຳນວນໜຶ່ງ​ໃຫ້ ແກ່​ພໍ່​ແມ່​ປະຊາຊົນ​ອີກ​ດ້ວຍ.

     ຈຸດປະສົງຂອງ​ການ​ເຜີຍ​ແຜ່​ໂຄສະນາ​ກົດໝາຍ​ໃນ​ຄັ້ງ​ນີ້ ​ກໍ​ເພື່ອ​​ເປັນ​ການ​ສ້າງ​ສະຕິ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ​ໃຫ້​ແກ່ປະຊາຊົນ​ 3 ເມືອງ​ຂອງ​ແຂວງ​ຫົວພັນ ​ໃຫ້ມີ​ຄວາມ​ຕື່ນ​ຕົວ​ຫັນ​ເອົາ​ແນວທາງ​ຂອງ​ພັກ, ລັດຖະທຳ​ມະນູນ ແລະ ກົດໝາຍ ​ເປັນ​ບ່ອນ​ອີງ​ໃນ​ການ​ປະພຶດ​ປະຕິບັດ ​ເພື່ອເຮັດ​ໃຫ້ການ​​ເຄື່ອນ​ໄຫວ​ດຳລົງ​ຊີວິດຂອງປະຊາຊົນບັນດາເຜົ່າ​ ສອດຄ່ອງ​ຕາມ​ແນວທາງນະ​ໂຍບາຍ​ຂອງ​ພັກ, ​ກົດໝາຍ ແລະ ລະບຽບການ ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ, ສີວິ​ໄລ ​ແລະ ຍຸຕິ​ທຳ.

     ​ໃນ​ຕອນ​ທ້າຍ ທ່ານ ພູ​ທອນ ​ແກ້ວ​ດວງ​ມະນີ ຫົວໜ້າກົມ​ໂສະນາ​ເຜີຍ​ແຜ່​ກົດໝາຍ ກໍ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ຄະນະ​ພັກ-ຄະນະນຳ​ ​ແລະ ພໍ່​ແມ່​ປະຊາຊົນ​ ທີ່​​ໃຫ້​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ​​ເຂົ້າ​ຮວ່ມຮັບ​ຟັງ​ການ​ເຜີຍ​ແຜ່​ກົດໝາຍດ້ວຍ​ຄວາມ​ເອົາ​ໃຈ​ໃສ່. ໃນ​ໂອກາດ​ດຽວກັນ​ ທ່ານ ສົມ​ພອນ ອິນ​ຄະ​ວິ​ໄລ ຫົວໜ້າພະ​ແນ​ກຍຸຕິ​ທຳ​ແຂວງຫົວພັນ ກໍ​​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​​ຄະນະ​ພັກ-ຄະນະນຳກະຊວງຍຸຕິທຳ ທີ່​ໄດ້​ລົງ​ມາ​ເຜີຍ​ແຜ່​ກົດໝາຍ​​ໃຫ້​ປະຊາຊົນ​ຢູ່ທີ່​ແຂວງ​ຫົວພັນໃນ​ຄັ້ງ​ນີ້.

 

ຂຽນຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ  ຖ່າຍພາບ: ວິກກີ້

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ