ກົມໂຄສະນາເຜີຍແຜ່ກົດໝາຍ ມອບປື້ມປະມວນກົດໝາຍອາຍາ ໃຫ້ຫ້ອງການຍຸຕິທຳເມືອງ ທົ່ວນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 26 ທັນວາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດພິທີມອບປຶ້ມປະມວນກົດໝາຍອາຍາ ໃຫ້ແກ່ບັນດາຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ຂຶ້ນຢູ່ທີ່ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໂດຍໃຫ້ກຽດມອບໂດຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ຮັບໂດຍ ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ; ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ, ຜູ້ຕາງໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 18 ທ່ານ, ຍິງ 3 ທ່ານ.

ຈຸດປະສົງການມອບປື້ມຄັ້ງນີ້ ເພື່ອນຳໄປໃຊ້ເປັນບ່ອນອີງ ແລະ ປະກອບເຂົ້າໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ໂຄສະນາເຜີຍແຜ່ ໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການຕ່າງໆຢ່າງລະອຽດຈະແຈ້ງ ແລະ ເລິກເຊິ່ງຂຶ້ນ ແລະ ນຳໄປມອບຕໍ່ໃຫ້ແກ່ບັນດາບ້ານທີ່ຢູ່ໃນ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ໂດຍຜ່ານຫ້ອງການຍຸຕິທຳເມືອງ ເພື່ອປະກອບເຂົ້າໃນຕູ້ປຶ້ມກົດໝາຍປະຈຳບ້ານ ເຮັດໃຫ້ປະຊາຊົນພາຍໃນບ້ານສາມາດເຂົ້າເຖິງກົດໝາຍໄດ້ງ່າຍຂຶ້ນ. ປຶ້ມທີ່ມອບໃນຄັ້ງນີ ແມ່ນປຶ້ມປະມວນກົດໝາຍອາຍາ ລວມທັງໝົດ 571 ຫົວ.
ຕອນທ້າຍພິທີ ທ່ານ ພູທອນ ແກ້ວດວງມະນີ ຍັງໄດ້ຮຽກຮ້ອງໃຫ້ບັນດາຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ຜູ້ຕາງໜ້າ ຈົ່ງພ້ອມກັນເສີມຂະຫຍາຍພາລະບົດບາດຂອງຕົນ ເປັນເສນາທິການໃຫ້ແກ່ກະຊວງຍຸຕິທຳ ໃນການປະກອບສ່ວນສ້າງສະຕິເຄົາລົບກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນໃຫ້ລົງເລິກ ແລະ ໃກ້ຊິດຕິດແທດຂຶ້ນຕື່ມ.

 

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ