ກອງປະຊຸມໃຫຍ່ຄັ້ງທີ ll ຂອງໜ່ວຍພັກບໍລິຫານ-ຈັດຕັ້ງພະແນກຍຸຕິທໍານະຄອນຫຼວງ

ກອງປະຊຸມໃຫຍ່ຄັ້ງທີ ll ຂອງໜ່ວຍພັກບໍລິຫານ-ຈັດຕັ້ງຂອງພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 01 ພະຈິກ 2019 ຢູ່ທີ່ພະແນກຍຸຕິທໍານະຄອນຫຼວງ ໂດຍການເປັນປະທານຂອງ ສະຫາຍ ບຸນເພັງ ສີນະວົງພອນ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານພະແນກຍຸຕິທໍາ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ, ສະຫາຍ ສີວຽງທອງ ສໍພາບມີໄຊ ຄະນະພັກຮາກຖານພະແນກຍຸຕິທໍາ, ຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາ ແລະ ສະຫາຍ ທອງດໍາ ແສນສຸລິນທາ ຮອງເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ, ຮອງຫົວໜ້າຂະແໜງບໍລິຫານແຜນການ ແລະ ການເງິນພະແນກຍຸຕິທໍານະຄອນຫຼວງ ມີຜູ້ຕາງໜ້າຈາກໜ່ວຍພັກບັນດາຂະແໜງ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດຈຳນວນ 33 ສະຫາຍ, ຍິງ 10 ສະຫາຍ.

ກອງປະຊຸມຄັ້້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນໃສ່ບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຄະນະພັກ, ກອງປະຊຸມຍັງໄດ້ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ, ພ້ອມກັນນີ້ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການ 5 ປີ ໃນຕໍ່ໜ້າ ແລະ ໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ອອກບັດຮັບສະໝັກເລືອກຕັ້ງ 05 ສະຫາຍ ແລະ ເລືອກໄດ້ 3 ສະຫາຍຄື: ສະຫາຍ ສີວົງທອງ ສໍພາບມີໄຊ ເປັນເລຂາໜ່ວຍພັກ; ສະຫາຍ ທອງດໍາ ແສນສຸລິນທາ ເປັນຮອງເລຂາໜ່ວຍພັກ; ສະຫາຍ ໝອນ ເນົາວະລາດ ເປັນຄະນະ ທັງເປັນປະທານກວດກາ ແລະ ສະຫາຍ ບຸນສະຫວ່າງ ຫຼ້າອີນແກ້ວ ເປັນຮອງປະທານກວດກາ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນເພັງ ສີນະວົງພອນ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຊຸດເກົ່າໃນການປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫວ່ງເປັນໄຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກບໍລິຫານ-ຈັດຕັ້ງຂອງພະແນກຍຸຕິທໍານະຄອນຫຼວງໃຫ້ຍາດໄດ້ຜົນງານ ແລະ ໃຫ້ມີຜົນງານຍິ່ງໃຫຍ່ກວ່າເກົ່າ.

ຂຽນຂ່າວ ແລະ ຖ່າຍພາບ: ຂົນ ບຸນທິສານ.

ປະເພດຂ່າວ: