ພະແນກຍຸຕິທຳນະຄອນຫຼວງວຽງຈັນສະຫຼຸບຜົນສຳເລັດວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ

ກອງປະຊຸມສະຫຼຸບຜົນການລົງກໍ່ສ້າງຮາກຖານການເມືອງ ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນຢູ່ທີ່ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 10 ມັງກອນ 2020 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຫົວໜ້າ, ຮອງຫົວໜ້າພະແນກຍຸຕິທໍາ ແລະ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງການຍຸຕິທໍາ ແລະ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານເມືອງ ຕະຫຼອດຮອດພະນັກງານຈັດຕັ້ງປະຕິບັດຄໍາຕັດສີນ ພາຍໃນນະຄອນຫຼວງວຽງຈັນ ແລະ ພະນັກງານກະຊວງຍຸຕິທໍາ ທີ່ລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກກງານ ຂອງບັນດາພະນັກງານທີ່ລົງກໍ່ສ້າງຮາກຖານ ຢູ່ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 2 ພຶດສະພາ 2019 ເປັນຕົ້ນມາ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ແມ່ນໄດ້ກວດກາ, ເກັບກໍາ ສະຖິຕິຄໍາຕັດສີນຂອງສານ ແລະ ພິມຂໍ້ມູນເຂົ້າໂປຼແກຼັມ ພ້ອມທັງໄຈ້ແຍກບັນດາສາເຫດທີ່ພາໃຫ້ມີຄວາມຫຍຸ້ງຍາກ ແລະ ບໍ່ສາມາດຈັດຕັ້ງປະຕິບັດ ອອກເປັນອັນລະອຽດ ຢ່າງຊັດເຈນ. ພ້ອມກັນນັ້ນ, ກໍໄດ້ຄົ້ນຄວ້າ, ຊຸກຍູ້ ແລະ ຊີ້ນໍາ ໃຫ້ນໍາເອົາຄໍາຕັດສີນຂອງສານ ຢູ່ຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ນະຄອນຫຼວງວຽງຈັນ ມາຈັດຕັ້ງປະຕິບັດໄດ້ຈໍານວນ 8.273 ເລື່ອງ, ເທົ່າກັບ 90,5 % ຂອງຈໍານວນຄະດີທັງໝົດ, ໃນນີ້ສາມາດຈັດຕັ້ງປະຕິບັດສໍາເລັດ 191 ເລື່ອງ, ເທົ່າກັບ 14,4 % ຂອງຈໍານວນຄະດີທັງໝົດ. ນອກນັ້ນ, ກໍໄດ້ຮ່ວມກັບຄະນະຫ້ອງການ, ໜ່ວຍງານ ແລະ ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ປັບປຸງລະບົບການເງິນ, ການຄຸ້ມຄອງສໍານວນຄະດີ ແລະ ການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃຫ້ເປັນລະບົບ ແລະ ເຂົ້າຮ່ວມເຄື່ອນໄຫວວຽກງານອື່ນຂອງຂະແໜງຍຸຕິທໍາ. ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບບັນຫາຕ່າງໆ ເພື່ອຊອກຫາວິທີການແກ້ໄຂຕໍ່ໜ້າ ແນ່ໃສ່ໃຫ້ບັນລຸຕາມຄາດໝາຍ ນໍາເອົາຄໍາຕັດສີນທັງໝົດມາຈັດຕັ້ງປະຕິບັດໃຫ້ໄດ້ 80% ຂອງຈໍານວນຄະດີທັງໝົດ, 20% ຕ້ອງສໍາເລັດ ແລະ ອອກຄໍາສັ່ງປິດສໍານວນຄະດີ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ມີຄໍາເຫັນຊີ້ນໍາໃຫ້ພະແນກຍຸຕິທໍານະຄອນຫຼວງວຽງຈັນ ແລະ ຫ້ອງການຍຸຕິທໍາເມືອງ ໃຫ້ຖືເອົາບັນດາໜ້າວຽກທີ່ກະຊວງຍຸຕິທໍາ ໄດ້ສົ່ງພະນັກງານລົງມາກໍ່ສ້າງຮາກຖານ ໃນຄັ້ງນີ້ ເປັນແບບແຜນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ອັນໃດທີ່ສໍາເລັດແລ້ວ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີລັກສະນະຍືນຍົງ, ອັນໃດທີ່ຍັງຄ້າງ ກໍໃຫ້ສົມທົບກັນຈັດຕັ້ງປະຕິບັດໃຫ້ສໍາເລັດ. ພ້ອມນັ້ນ, ກໍໃຫ້ເພີ່ມຄວາມເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຢ່າງໃກ້ຊິດ, ຖ້າຫາກເກີດມີຫາງສຽງ ຫຼື ປາກົດການຫຍໍ້ທໍ້ ຢູ່ບ່ອນໃດ ຄະນະນໍາຂັ້ນນັ້ນ ຕ້ອງເປັນເຈົ້າການຄົ້ນຄ້ວາແກ້ໄຂໃຫ້ທັນເວລາ, ທັງດໍາເນີນການປະເມີນຜົນການປະຕິບັດວຽກງານແຕ່ລະໄລຍະ, ເອົາໃຈໃສ່ບໍາລຸງກໍ່ສ້າງ, ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ເປັນປະຈໍາ ແລະ ຕໍ່ເນື່ອງ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ຍັງເນັ້ນໃຫ້ພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຕ້ອງໄດ້ເພີ່ມທະວີຄວາມຫ້າວຫັນ, ຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຍົກລະດັບຕົນເອງແຕ່ລະດ້ານ ເພື່ອໃຫ້ກາຍເປັນພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ທີ່ດີເດັ່ນ, ບໍລິການຮັບໃຊ້ສັງຄົມ ດ້ວຍຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ.

ຂຽນຂ່າວ: ອະນຸລັກ; ຖ່າຍພາບ: ສຸກສາຄອນ