ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ຢູ່ທີ່ສະໂມສອນເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳມີ ທູນຈັນທະກຸນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງຈັນທະບູລີ, ຜູ້ເຂົ້າຮ່ວມມີ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງ ຈັນທະບູລີ, ແຂກຖືກເຊີນ ພ້ອມດ້ວຍນັກຝຶກອົບຮົມຈາກຂັ້ນບ້ານ ມີເລຂາພັກບ້ານ, ນາຍບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ພະນັກງານທີ່ເຮັດວຽກຢູ່ໃນອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຂະແໜງການພາຍໃນເມືອງ ເຂົ້າຮ່ວມຈຳນວນ 84 ທ່ານ, ຍິງ 25 ທ່ານ. ໃນນັ້ນນັກຝຶກອົບຮົມມີ 39 ທ່ານ, ຍິງ 13 ທ່ານ.

ໃນພິທີ ທ່ານ ເພັດສະໝອນ ສົງຄຳຈັນ ກໍໄດ້ກ່າວໃຫ້ຮູ້ເຖິງ ຈຸດປະສົງ ແລະ ຄາດໝາຍ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ຄຳແນະນຳຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1591/ກຍ, ລົງວັນທີ 5 ທັນວາ 2018 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ປະຈຳປີ 2019 ແລະ ເພື່ອເຮັດໃຫ້ອົງການປົກຄອງບ້ານ ເຄື່ອນໄຫວວຽກງານຢ່າງຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງມີຄຸນນະພາບສູງຂຶ້ນ, ຫັນການບໍລິຫານບ້ານເຂົ້າສູ່ກົດໝາຍເທື່ອລະກ້າວ, ເຮັດໃຫ້ກຸ່ມບ້ານ ແລະ ຮາກຖານບ້ານມີການພັດທະ ນາ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ສະນັ້ນ, ໃນການເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນໃນຄັ້ງນີ້ ແມ່ນຈະໄດ້ຄັດຈ້ອນລວບລວມເອົາແນວທາງການເມືອງ ແລະ ບັນດາກົດໝາຍຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຝຶກອົບຮົມ ຊຶ່ງປະກອບມີ 24 ວິຊາ, 31 ໜ່ວຍກິດ, 404 ຊົ່ວໂມງ.

ຈາກນັ້ນ, ໃນຕອນທ້າຍພິທີ ທ່ານ ຄຳມີ ທູນຈັນທະກຸນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ຈັນທະບູລີ ກໍໄດ້ມີຄວາມເຫັນໂອ້ລົມແກ່ນັກຝຶກອົບຮົມ ພ້ອມທັງຮຽກຮ້ອງໃຫ້ຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າບັນດາເອກະສານ, ແລກປ່ຽນບົດຮຽນ ເພື່ອຖ່າຍທອດຄວາມຮູ້ໃຫ້ກັບນັກຝຶກອົບຮົມ, ນອກຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຈົ່ງຕັ້ງໃຈ ຍາດແຍ່ງເອົາຄວາມຮູ້ ຈາກບັນດາຄູ-ອາຈານ ດ້ວຍຄວາມເອົາໃຈໃສ່ ໃນການແລກປ່ຽນ, ຖາມ-ຕອບບົດຮຽນ ເພື່ອໃຫ້ໄດ້ຄຳຕອບຈະແຈ້ງ ແລະ ຊັດເຈນ ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິພາບສູງຂຶ້ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ