ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງແນະນໍາ ສະບັບເລກທີ 46/ນຍ, ລົງວັນທີ 29 ກັນຍາ 2009 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີ ຄວາມເອົາໃຈໃສ່ຕໍ່ວຽກງານຍຸຕິທໍາຮາກຖານ 
ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ຢູ່ທີ່ສະໂມສອນປົກຄອງເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຫ້ອງການຍຸຕິທໍາເມືອງ ນາຊາຍທອງ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ໃຫ້ຮາກຖານບ້ານປະຈໍາປີ 2019 ຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ປະທານກວດກາ ພັກ-ລັດ ຫົວໜ້າຫ້ອງການກວດກາ ພັກ-ລັດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການເມືອງ, ຄະນະຮັບຜິດຊອບເປີດຊຸດຝຶກອົບຮົມ, ນັກຝຶກອົບຮົມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 104 ທ່ານ, ຍິງ 19 ທ່ານ.

ໃນພິທີ ທ່ານ ໄຊຍະສິດ ພົມມະໄຊສີ ຫົວໜ້າຫ້ອງການຍຸຕິທໍາເມືອງ ນາຊາຍທອງ ກໍໄດ້ຂຶ້ນຜ່ານບົດລາຍງານການກະກຽມຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ l ປະຈໍາປີ 2019 ຂອງເມືອງ ນາຊາຍທອງ ຊິ່ງເປັນການສ້າງສະຕິເຄົາລົບລະບຽບກົດໝາຍໃຫ້ແກ່ການຈັດຕັ້ງຂັ້ນຮາກຖານ ໃຫ້ມີຄວາມເຂັ້ມແຂງ ສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານ, ກຸ່ມບ້ານເພື່ອຮັບໃຊ້ປະຊາຊົນຢ່າງແທ້ຈິງ ແລະ ເປັນການຈັດຕັ້ງປະຕິບັດມະຕິ 03 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງ, ນະຄອນຫຼວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ພ້ອມທັງເປັນການຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຂອງພັກຄັ້ງທີ lX ຕາມເນື້ອໃນຈິດໃຈຂອງ 4 ບຸກທະລຸ ທີ່ນອນຢູ່ໃນບຸກທະລຸທີ 2 ແລະ ເນື້ອໃນຈິດໃຈຄັ້ງທີ Vl ຂອງອົງຄະນະພັກເມືອງ ນາຊາຍທອງ ໃຫ້ປະກົດຜົນເປັນຈິງ ແນໃສ່ເພື່ອສ້າງຊັບພະຍາກອນມະນຸດຮັບໃຊ້ສັງຄົມ ຫັນເຂົ້າສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍມີຄວາມຍຸຕິທໍາສີວິໄລ ທັງນີ້ກໍ່ເພື່ອສ້າງລັດໃຫ້ກາຍເປັນລັດແຫ່ງກົດໝາຍເທື່ອລະກ້າວ. ໃນການດໍາເນີນການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ ຂອງເມືອງ ນາຊາຍທອງ ໃນຄັ້ງນີ້ ແມ່ນໄດ້ເລີ່ມເຂົ້າຮຽນຢ່າງເປັນປົກກະຕິ ໃນວັນທີ 16 ພຶດສະພາ 2019. ມີບຸກຄະລາກອນເຂົ້າຮ່ວມຮຽນທັງໝົດຈໍານວນ 55 ທ່ານ, ຍິງ 13 ທ່ານ. ໂດຍມາຈາກຂະແໜງການຕ່າງໆຂອງບ້ານ ແລະ ພະນັກງານລັດຖະກອນອ້ອມຂ້າງເມືອງ ໂດຍເນັ້ນໃສ່ມາດຕະຖານຄະນະປະຈໍາພັກ, ຄະນະພັກ ແລະ ຫົວໜ້າຫ້ອງການເປັນຫຼັກ, ຄະນະຮັບຜິດຊອບກໍໄດ້ຈັດແບ່ງວິຊາຮຽນ ແລະ ຕາຕະລາງໃຫ້ຄູອາຈານຢ່າງລະອຽດ, ຫຼັກສູດການຮຽນ-ການສອນໃນຊຸດນີ້ ມີທັງໝົດ 7 ພາກ, 34 ໜ່ວຍກິດ ແລະ ມີ 450 ຊົ່ວໂມງ.
ໃນເວລາດຽວກັນ ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ກໍໄດ້ມີຄວາມເຫັນໂອ້ລົມຕໍ່ນັກຝຶກອົບຮົມຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ແລກປ່ຽນບົດຮຽນກັບຄູອາຈານບັນຫາໃດບໍ່ເຂົ້າໃຈ ເເລະ ມີຄວາມສົນໃຈເເມ່ນໃຫ້ຖາມດ້ວຍຄວາມຈິງໃຈ, ຍົກຂຶ້ນມາເພື່ອສົນທະນາສົມທົບກັບພຶດຕິກໍາຕົວຈິງ, ນອກນີ້ຍັງຕ້ອງໄດ້ສ້າງຄວາມສາມັກຄີລະຫວ່າງ ຄູ-ອາຈານກັບນັກຝຶກອົບຮົມໃຫ້ມີຄວາມໜັກເເໜ້ນ ເເລະ ພ້ອມກັນເອົາໃຈໃສ່ປະຕິບັດຊຸດຝຶກອົບຮົມໃນຄັ້ງນີ້ໃຫ້ບັນລຸຕາມຈຸດປະສົງ ເເລະ ເປົ້າໝາຍ.

ຂ່າວ-ພາບ: ຂົນ ບຸນທິສານ