ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ນຳສະເໜີເອກະສານ 3 ວັນປະຫວັດສາດ

 

ໃນວັນທີ່27 ພະຈິກ 2018 8:30 ໂມງ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມນຳສະຫນີເອກະສານວັນສຳຄັນຕ່າງໆຂອງຊາດ  ຊື່ງວັນສຳຄັນນັ້ນ ມີ 3 ວັນ ດັ່ງນີ້: 

ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ເປັນຜູ້ນຳສະເໜີ ເອກະສານ ວັນສ້າງຕັ້ງເມືອງ ວຽງໄຊເປັນຖານທີ່ໝັ້ນໃນການປົດປ່ອຍຊາດ ຄົບຮອບ 50 ປີ ແລະ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ

ທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ເປັນຜູ້ນຳສະເໜີ ເອກະສານ ວັນຄ້າຍວັນເກີດ ຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ   

ໃນພິທີ ທ່ານຄຳເພົ້າ ທອງເທພາຮັກ ກໍ່ໄດ້ຜ່ານ ເອກະສານວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ຜູ້ຊື່ງສຳເລັດໃນພາລະກິດປົດປ່ອຍຊາດ ຈາກ ລະບອບເກົ່າ ຫັນສູ່ລະບອບໃໝ່ ໄດ້ສຳເລັດ ພ້ອມທັງໄດ້ເລົ່າຄືນປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວຕໍ່ສູ້ກູ້ຊາດ ຕ່າງໆໂດຍຫຍໍ້   ຕໍ່ກັບການກຳເນີດເກີດຂື້ນຂອງບັນດາການປະຕິວັດປົດປ່ອຍຊາດ ຈາກລະບອບເກົ່າສູ່ລະບອບໃໝ່ ກໍ່ຄື ສປປ ລາວ ໃນປັດຈຸບັນ ຊື່ງມາຮອດທູກມື້ນີ້ ຄຸນງາມຄວາມດີຂອງບັນດາທ່ານການນຳ ແລະ ນັກປະຕິວັດລາວ ຍັງຄົງດຳລົງມູນເຊື້ອ ແລະ ຄຸນງາມຄວາມດິຂອງບັນດາທ່ານເຫລົ່ານັ້ນ ໄດ້ຈາລຶກໄວ້ໃນປະຫວັດສາດຂອງຊາດລາວ ໄວ້ໃຫ້ຄົນລຸ້ນຫລັງໄດ້ ສຶກສາ-ຮ່ຳຮຽນ ສືບສານມູນເຊື້ອອັນດີງາມ ຂອງທ່ານ ປະທານ ໄກສອນ ພົມວິຫານ

ຈາກນັ້ນ ທ່ານ  ວິໄຊ ແກ້ວດວງ ຮອງຫົວໜ້າພະແນກຍຸຕິທຳ ແຂວງ ຄຳມ່ວນ ທ່ານ ກໍໄດ້ຜ່ານ ເອກະສານດັ່ງກ່າວ ໃຫ້ພະນັກງານອ້າຍນ້ອງທຸກຄົນໃນພະແນກໄດ້ເຊື່ອມຊືມ ຮັບຮູ້ ແລະ ເຂົ້າໃຈ ເຫັນເຖິງ ການເຄື່ອນໄຫວປົດປ່ອຍຊາດ ຕົ້ນກຳເນີດ ຂອງ ສປປ ລາວ ແລະ ວັນປະກາດເອກະລາດ ສູ່ອິດສະຫຼະພາບ 2 ທັນວາ ໃນຕອນທ່້າຍ ທ່ານ ວິໄຊ ແກ້ວດວງດີ ກໍ່ຍັງ ໄດ້ກ່າວບາງຄຳເພື່ອໃຫ້ອ້າຍນ້ອງພະນັກງານໝົດທຸກຄົນໃນພະແນກຮ່ຳຮຽນເອົາມູນເຊື້ອອັນດີງາມ ຂອງທ່ານ ປະທານ ໄກສອນ ພົມວິຫານ  ຜູ້ນຳອັນແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ສ້າງໄວ້.