ສະຖາບັນຍຸຕິທໍາ ພາກເໜືອຈັດງານພົບປະນັກສຶກສາ ຄັ້ງທີ I ປີ 2019

ວັນທີ 31 ສິງຫາ 2019 ທີ່ຜ່ານມາ ສະຖາບັນຍຸຕິທຳພາກເໜືອ ໄດ້ຈັດງານພົບປະນັກສຶກສາ (ສິດເກົ່າ) ຂອງສະຖາບັນຍຸຕິທຳພາກເໜືອຂຶ້ນ ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ ມີທ່ານ ວຽງທອງ ຫັດສະຈັນ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ພູຄູນ ອະດີດນັກສຶກສາ ຮຸ່ນພິເສດ, ມີທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກຮາກຖານ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ທ່ານ ສົມໝາຍ ສີອຸດົມພັນ ອະດີດຜູ້ອໍານວຍການວິທະຍາໄລກົດໝາຍພາກເໜືອ, ຮອງຫົວໜ້າກົມຮ່ວມມືສາກົນ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ບັນດານັກສຶກສາທີ່ເປັນສິດເກົ່າຂອງສະຖາບັນຍຸຕິທຳພາກເໜືອແຕ່ລະຮຸ່ນເຂົ້າຮ່ວມຈຳນວນ 200 ກວ່າຄົນ.

ຈຸດປະສົງກໍເພື່ອເປັນການພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ລະຫວ່າງສິດເກົ່າແຕ່ລະຮຸ່ນກັບພະນັກງານ, ຄູ-ອາຈານ, ຂອງວິທະຍາໄລກົດໝາຍສາຂາພາກເໜືອ (ໃນເມື່ອກ່ອນ) ກໍຄືສະຖາບັນຍຸຕິທໍາພາກເໜືອ ໃນປັດຈຸບັນ, ກິດຈະກຳພາຍໃນງານມີ: ແຂ່ງຂັນກິລາບານເຕະ ມິດຕະພາບລະຫວ່າງ ບັນດາສິດເກົ່າກັບພະນັກງານຄູ-ອາຈານເຂົ້າຮ່ວມກອງປະຊຸມເພື່ອຮັບຟັງ ບົດສະຫຼຸບກ່ຽວກັບການກໍ່ສ້າງນັກກົດໝາຍໃນໄລຍະ 15 ປີ ຜ່ານມາໂດຍຫຍໍ້ ຊຶ່ງນັບແຕ່ປີ 2004-2019 ສາມາດກໍ່ສ້າງບຸກຄະລາກອນທາງດ້ານກົດໝາຍໄດ້ຫຼາຍຮຸ່ນ ຕາມໂຄງການຫຼັກສູດລະບົບປະລິນຍາຕີ, ປະລິນຍາຕໍ່ເນື່ອງ, ຊັ້້ນສູງ ແລະ ຊັ້້ນກາງໄດ້ທັງໝົດ 6,877 ຄົນ, ຍິງ 1,863 ຄົນ. ໃນນັ້ນ, ມີບັນດາສິດເກົ່າທີ່ມີຕໍາແໜ່ງເປັນເຈົ້້າເມືອງ 1 ທ່ານ, ຫົວໜ້າພະແນກ 3 ທ່ານ, ຮອງເຈົ້້າເມືອງ ຫຼື ຮອງພະແນກ 10 ທ່ານ; ຫົວໜ້າຫ້ອງການ 28 ທ່ານ, ຮອງຫົວໜ້າຫ້ອງການ 45 ທ່ານ; ຫົວໜ້າໜ່ວຍງານ 45 ທ່ານ ແລະ ຮອງຫົວໜ້າໜ່ວຍງານ 24 ທ່ານ. ນອກນັ້ນ, ຍັງມີສິດເກົ່າຈໍານວນຫຼາຍທ່ານທີ່ເຮັດວຽກງານຢູ່ສຳນັກງານ, ອົງການຈັດຕັ້ງພາກລັດ-ເອກະຊົນ ແລະ ບ່ອນອື່ນໆ ທີ່ຍັງບໍ່ສາມາດເກັບກໍາໄດ້. ຈາກນັ້ນ, ທ່ານ ວຽງທອງ ຫັດສະດີ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ພູຄູນ ອາດີດນັກສຶກສາ ຮຸ່ນພິເສດ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ກ່າວຂອບໃຈຕໍ່ຄະນະອຳນວຍການ ແລະ ຄູອາຈານຂອງສະຖາບັນຍຸຕິທຳພາກເໜືອທີ່ໄດ້ເອົາໃຈໃສ່ສິດສອນກໍ່ສ້າງບຸກຄະລາກອນໃນແຕ່ລະຮຸ່ນ ເພື່ອຮັບໃຊ້ສັງຄົມ. ຈາກນັ້ນ, ກໍມີການມອບຂອງຂວັນທີ່ລະນຶກ, ຮ່ວມພາເຂົ້າສາມັກຄີດ້ວຍຄວາມເບີກບານມ່ວນຊື່ນ.

ຂຽນຂ່າວ-ຖ່າຍພາບໂດຍ: ອານຸລັກ ພົມເພັດ

ປະເພດຂ່າວ: