ສະຖາບັນຍຸຕິທຳແຫ່ງຊາດ ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເປີດການສິດສອນທົດລອງການນຳໃຊ້ສຳນວນຄະດີຈຳລອງເຂົ້າໃນການຮຽນ-ການສອນ

​ເພື່ອ​ເຮັດ​ໃຫ້​ນັກ​ສຶກສາ​ກົດໝາຍ ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ກ່ຽວກັບ​ຄວາມໝາຍຄວາມ​ສຳຄັນ ​ແລະ ຂັ້ນ​ຕອນ​ໃນ​ການ​ສ້າງ​ສຳນວນ​ຄະດີ​ຈຳລອງ, ດັ່ງ​ນັ້ນ​ ໃນ​ຕອນ​ບ່າຍຂອງ​ວັນ​ທີ 6 ມິຖຸນາ 2018 ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ຮ່ວມ​ກັບ​ອົງການ​ຮ່ວມມື​ສາກົນ​ຍີ່ປຸ່ນ (JICA) ​ໄດ້​ເປີດການ​ສິດສອນ​ທົດ​ລອງ​ການ​ນຳ​ໃຊ້​ສຳນວນ​ຄະດີ​ຈຳລອງຂຶ້ນ​ຢູ່​ທີ່​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ເພື່ອ​ນຳ​ເຂົ້າ​​​ໃນ​ການ​ຮຽນ-ການ​ສອນ ​ໂດຍ​ການ​ເປັນ​ປະທານຂອງ​ທ່ານ ບຸນ​ຕາ ສ.ຜາບ​ມີ​ໄຊ ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ​ເຂົ້າ​ຮ່ວມ​ມີ​ທ່ານ ອາຈານ ຮາ​ໂຕ​ໂກະ ມາ​ຊະ​ໂນຣິ ທີ່​ປຶກສາ​ກິ​ຕິ​ມະ​ສັກ​ ຊ່ຽວຊານ​ຄະດີ​ອາຍາ ຈາກ​ປະ​ເທດ​ຍີ່ປຸ່ນ, ມີ​ບັນດາ​ຄູ-ອາຈານ ຈາກ​ຄະນະ​: ນິຕິ​ສາດ-ລັດຖະສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ, ທີ​ມງານ​ຈາກ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ຕະຫຼອດຮອດ​ຄູ-ອາຈານ ​ແລະ ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

        ຈຸດປະສົງ​ຂອງ​ການ​ເປີດການ​ສິດສອນ​ທົດ​ລອງ​ການ​ນຳ​ໃຊ້​ສຳນວນ​ຄະດີ​ຈຳລອງ​ເຂົ້າ​ໃນ​ການ​ຮຽນ-ການ​ສອນ​ໃນ​ຄັ້ງ​ນີ້ ​ແມ່ນ​​ເນັ້ນໜັກ​ໃສ່​ການສອນ​ທົດ​ລອງ​ດ້ວຍ​ການ​ນຳ​ໃຊ້ສຳນວນ​ຄະດີອາຍາ ​ແລະ ສຳນວນ​ຄະດີ​ແພ່ງ​ຈຳລອງ ​ໂດຍ​ອາຈານ​ທີ່​ມີ​ຄວາມ​ຮູ້​ ຄວາມ​ສາມາດ ​ແລະ ມີ​ປະສົບ​ການສະ​ເພາະ​ດ້ານ ຈາກ ສປປ ລາວ ​ແລະ ປະ​ເທດ​ຍີ່ປຸ່ນ ຊຶ່ງ​ໃນ​ການ​ສິດສອນ​ຕົວ​ຈິງ​ຈະ​ໄດ້​ມີ​ການ​ຈັດ​ກິດຈະກຳ ​ໂດຍ​ເອົາ​ນັກ​ສຶກສາ​ເປັນ​ໃຈ​ກາງ ​ໂດຍ​ມີ​ການ​ຖາມ-ຕອບ ​ແລະ ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ພ້ອມ​ທັງ​ອະທິບາຍລະອຽດກ່ຽວກັບຂັ້ນ​ຕອນ​ໃນ​ການ​ສ້າງ​ສຳນວນ​ຄະດີ​ອາຍາ ​ແລະ ສຳນວນ​ຄະດີ​ແພ່ງ ​ແນ່​ໃສ່​ເຮັດ​ໃຫ້​ນັກ​ສຶກສາ​ກົດໝາຍຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​ໄດ້​ຄົ້ນຄວ້າ ​ແລະ ສົມທຽບລະຫວ່າງ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ຊຶ່ງ​ຈະ​ສ້າງ​ຄວາມ​ຮັບ​ຮູ້​ອັນ​ໃໝ່ໃຫ້​ແກ່​ນັກ​ສຶກສາ​ທີ່​ສາມາດ​ນຳ​ໄປໝູນ​ໃຊ້​ເຂົ້າ​ໃນ​ການ​ສຶກສາ​ຄົ້ນຄວ້າ​-ຮໍ່າຮຽນ​ໃຫ້​ປະສົບ​ຜົນສຳ​ເລັດ.

        ຊຶ່ງ​ການ​ສິດສອນ​ດັ່ງກ່າວ​​ໄດ້​ດຳ​ເນີນ​ມາ​ຮອດ​ວັນ​ທີ 8 ມິຖຸນາ 2018 ຈຶ່ງ​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ.

 ຂ່າວ: ​ອ່ອນ​ຄຳ, ພາບ: ສົມ​ຫັວງ