ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ຈັດພິທີຮັບມະຫາຊົນຜູ້ກ້າວເຂົ້າເປັນສະມາຊິກຊາວໜຸ່ມ

     ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 14 ຕຸລາ 2016 ຢູ່​ທີ່​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີ​ຮັບ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ຊາວໜຸ່ມປະຊາຊົນ​ປະຕິ​ວັດ​ລາວ ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ​ໄກ​ທິບ​ພະຈັນ ພວງ​ພະຈັນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ, ມີ​ຄະນະຊາວໜຸ່ມຮາກ​ຖານ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​, ຄູ​ອາຈານ​ ຕະຫຼອດ​ຮອດ​ນັກ​ສຶກສາ​ກົດໝາຍທີ່​ເປັນ​ສະມາຊິກ​ຊາວໜຸ່ມ​ໃໝ່ ​ແລະ ​ແຂກ​ຖືກ​ເຊີນ​ເຂົ້າ​ຮວ່ມ.

     ໃນ​ພິທີ ທ່ານ ຄຳ​ພູ ສໍ​ຜາບ​ມີ​ໄຊ ​ຈັດ​ຕັ້ງ​ພິທີກໍ​ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ຊາວໜຸ່ມຮາກ​ຖານ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ ວ່າ​ດ້ວຍ​ການ​ອະນຸມັດ​ຮັບ​​ເອົາ​ນັກ​ສຶກສາ​ກົດໝາຍຜູ້​ທີ່​ເປັນມະຫາຊົນ​​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ຊາວໜຸ່​ມ ປະຊາຊົນ​ປະຕິວັດ​ລາວ ທັງໝົດ ຈຳນວນ 85 ທ່ານ ຍິງ 18 ທ່ານ ​ເພື່ອ​ປະ​ກອບ​ສ່ວນ​​ເປັນ​ກຳລັງ​ແຮງ​ໃຫ້​ແກ່ວຽກງານ​ຊາວໜຸ່ມຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ​​ໃນ​ການ​ປະຕິບັດພາລະ​ບົດບາດ​ສິດ ​ແລະ ໜ້າທີ່ ທີ່​ໄດ້​ຮັບມອບໝາຍ​ໃຫ້​ມີ​ປະສິດທິ​ຜົນ ​​ໂ​​ດຍສະ​ເພາະ​ການ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ສູນ​ກາງຊາວໜຸ່ມ ປະຊາຊົນ​ປະຕິວັດ​ລາວ​ວາງ​ອອກ​ໃຫ້​ປາກົດ​ຜົນ​ເປັນ​ຈິງ.

 

     ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ​ໄກ​ທິບ​ພະຈັນ ພວງ​ພະຈັນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ ກໍ​ໄດ້​ກຽດ​ໂອ້​ລົມ ​ແລະ ​ໃຫ້​ຄຳ​ໂອວາດ​ຕໍ່​ຜູ້​ທີ່​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ຊາວໜຸ່ມ​ປະຊາຊົນປະຕິວັດ​ລາວໃນ​ຄັ້ງ​ນີ້ ​ຈົ່ງ​ໄດ້ເອົາ​ໃຈ​ໃສ່ປະຕິບັດ​ກົດ​ລະບຽບຊາວໜຸ່ມວາງ​ອອກ​ຢ່າງ​ເຂັ້ມ​ງວດ. ​ ພ້ອມ​ດຽວກັນ​ນັ້ນ ​ກໍ​ຕັ້ງໜ້າດຸໝັ່ນຄົ້ນຄ້ວາຮ່ຳຮຽນ​ໃຫ້​​ເປັນ​ຊາວໜຸ່ມ ທີ່​ຮຽນດີ, ຮຽນ​ເກັ່ງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ການ​ສຶກສາ.

     ຫຼັງຈາກ​ນັ້ນ ຕົວ​ແທນ​ຈາກ​ສະມາ​ຊິກ​ຊາວໜຸ່ມ​ໃໝ່ກໍ​ໄດ້​ຂຶ້ນ​ຮັບ​ຄຳ​ໂອວາດ ​ແລະ ​ໃຫ້​ຄຳປະຕິຍານວ່າ ຈະພ້ອມ​ກັນ​ປະຕິບັດ​ຕາມ​ກົດ​ລະບຽບຂອງ​ຊາວໜຸ່ມວາງ​ອອກ ​​ພ້ອມເປັນ​ກຳລັງ​ແຮງ​ໃນ​ການ​ສືບ​ທອດ​ພາລະກິດ​ປະຕິວັດ ກໍ​ຄື ສອງ ໜ້າທີ່​ຍຸດ​ທະ​ສາດ ຄື ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຕາມ​ຄຳ​ຂັວນຂອງ​ຊາວໜຸ່ມທີ່​ວ່າ ບ່ອນ​ໃດ​ຍາກ​ຊາວໜຸ່ມບຸກ ບ່ອນ​ໃດ​ທຸກ​ຊາວໜຸ່ມຜ່ານ​ຜ່າ ​ເມື່ອ​ໃດ​ຊາດ​ຕ້ອງການ ຊາວໜຸ່ມຂານ​ອາສາ.

ຂຽນຂ່າວ: ອ່ອນ​ຄຳ; ພາບ: ສຸກ​ສາຄອນ, ປາ​ວີ​ຄຳ