ສະຖາບັນຍຸຕິທໍາແຫ່ງຊາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ.

ໃນວັນທີ 5 ຕຸລາ 2018 ສະຖາບັນຍຸຕິທໍາແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ມີຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ພະນັກງານ, ຄູ-ອາຈານ ແລະ ນັກສືກສາເຂົ້າຮ່ວມເປັນຈໍານວນຫຼາຍ. 

ໃນໂອກາດດັ່ງກ່າວ, ທ່ານ ບຸນຕາ ສ.ຜາບມີໄຊ ໄດ້ກ່າວວ່າ: ມື້ນີ້, ເປັນມື້ທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ທີ່ໄດ້ມີການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 24 ປີ, ເນື່ອງໃນໂອກາດວັນສຳຄັນດັ່ງກ່າວ, ຕາງໜ້າໃຫ້ສະຖາບັນຍຸຕິທໍາແຫ່ງຊາດ ຂໍສົ່ງຄວາມຮັກແພງ, ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນອັນປະເສີດມາຍັງພະນັກງານ, ຄູ-ອາຈານ ນັກສຶກສາ ທຸກຖ້ວນໜ້າທັງອາດີດ ແລະ ປັດຈຸບັນ. ເຖິງຜູ້ປະຕິບັດໜ້າທີ່ສິດສອນ, ຖ່າຍທອດຄວາມຮູ້, ສຶກສາອົບຮົມຄົ້ນຄົ້ວວິໄຈ, ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອນັກຮຽນ-ນັກສຶກສາຫຼາຍຮູບແບບ. ເພາະສະນັ້ນ, ຄູຈຶ່ງຖືກຂະໜານນາມວ່າ ຄູ ຄື: ແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຄົນທີ 2, ຄູຄືວິສະວະກອນແຫ່ງດວງວິນຍານໃນການກໍ່ສ້າງສະຕິປັນຍາຂອງມວນມະນຸດ ແລະ ອື່ນໆ. ທຸກຄໍາເວົ້າລ້ວນແຕ່ຊື່ໃຫ້ເຫັນວ່າ ຄູມີຄວາມໝາຍຄວາມສຳຄັນລົ້ນເຫຼືອຫາທີ່ປຽບບໍ່ໄດ້ຕໍ່ການສຶກສາ, ຕໍ່ການພັດທະນາຊັບພະຍາກອນມະນຸດກໍຄືການພັດທະນາປະເທດຊາດ.

ຂ່າວ-ພາບ: ຂົນ ບຸນທິສານ