ການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

      ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ສະນັ້ນ, ການຝຶກອົບຮົມຈາກຊ່ຽວຊານຕ່າງປະທດ ຈຶ່ງຖືໄດ້ວ່າມີຄວາມຈຳເປັນໃນການປັບປຸງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ. ການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ຈັດຂຶ້ນໃນວັນທີ 16–17 ພະຈິກ 2015 ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ໂດມີນິກໂກ ເອກອັກຄະລັດຖະທູດ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຊຶ່ງມີທ່ານຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຮອງຫົວໜ້າພະແນກຍຸຕິທຳແຂວງ, ຫົວໜ້າຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 09 ແຂວງ, ພະນັກງານວິຊາການ ຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຜູ້ໄກ່ເກັ່ຍ, ກຳມະການຕັດສິນຜູ້ບໍ່ປະຈຳການ, ຕາງໜ້າກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງ, ຕຳຫຼວດເສດຖະກິດ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສຳນັກງານຄຸ້ມຄອງຕະຫຼາດຫຼັກຊັບ, ສະພາທະນາຍຄວາມ, ທະນາຄານພາກລັດ ແລະ ເອກະຊົນ, ຫ້ອງການທີ່ປຶກສາທາງດ້ານກົດໝາຍ, ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ ແລະ ມູນິທິເອເຊຍ ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 20 ທ່ານ.

     ຈຸດປະສົງຂອງການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອເຮັດໃຫ້ເປັນຜູ້ໄກ່ເກັ່ຍ ແລະ ກຳມະການຕັດສິນ ສາມາດເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ດຳເນີນໄປຢ່າງຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍຂອງ ສປປ ລາວ. ໃນນີ້ ຫົວຂໍ້ສຳມະນາທີ່ສຳຄັນປະກອຍດ້ວຍ: ການດຳເນີນການໄກ່ເກັ່ຍ ແລະ ການດຳເນີນການຕັດສີນໂດຍຄະນະກຳມະການ ແລະ ເອກະສານຝຶກອົບຮົມປະກອບມີຄື: ຂັ້ນຕອນການດຳເນີນຄະດີຢູ່ ສປປ ລາວ, ຮູບການໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຄວາມແຕກຕ່າງລະຫວ່າງການຕັດສີນຂໍ້ຂັດແຍ່ງຢູ່ສານ ແລະ ການຕັດສີນໂດຍຄະນະກຳມະການນອກສານ ແລະ ການຕັດສີນຂໍ້ຂັດແຍ່ງຕາມສົນທິສັນຍາລົງທຶນ. ຕະຫຼອດໄລຍະການຝຶກອົບຮົມເຫັນວ່າ ນັກສຳມະນາກອນທຸກທ່ານ ໄດ້ມີຄວາມເອົາໃຈໃສ່, ມີຄວາມຫ້າວຫັນໃນການຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນບົດຮຽນຕໍ່ກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຊຶ່ງຖືໄດ້ວ່າຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໄດ້ດີໂດຍພື້ນຖານ.

         ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບຜົນສຳເລັດຕາມແຜນການ ແລະ ໄດ້ປິດລົງໃນວັນ 19 ພະຈິກ 2015 ເວລາ 16:30 ໂມງ.

ຂຽນຂ່າວ: ຄຳຫຼ້າ ພິມມະສານ