ໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III

ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ທີ່ຈະໄຂຂຶ້ນໃນເວລາອັນໃກ້ນີ້, ໃນຕອນບ່າຍຂອງວັນທີ 17 ທັນວາ 2019 ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງລະຫວ່າງບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ, ການແຂ່ງຂັນໄດ້ຈັດຂຶ້ນທີ່ເດີ່ນເປຕັງຂອງກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ສະພາທະນາຍຄວາມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນກິລາໃນຄັ້ງນີ້ປະກອບມີ ທີມຄະນະນຳກະຊວງ ພົບກັບ ທີມຄະນະນຳຂອງ ສກສ, ທີມຊາວໜຸ່ມກະຊວງ ພົບກັນ ທີມສະຫະພັນກຳມະບານກະຊວງ ແລະ ທີມປະສົມຍິງ-ຊາຍ. ຜົນຂອງການແຂ່ງຂັນ ທີມຄະນະນຳຂອງ ສກສ ສາມາດຍາດເອົາຊະນະທີມຄະນະນຳຂອງກະຊວງຍຸຕິທຳ, ສຳລັບທີມປະສົມຍິງ-ຊາຍ ກົມທະບຽນສານສາມາດຍາດໄດ້ລາງວັນທີໜຶ່ງ, ລາງວັນທີສອງ ສະພາທະນາຍຄວາມ ແລະ ລາງວັນທີສາມ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ການແຂ່ງຂັນກິລາໃນຄັ້ງນີ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫວັງ ບົວລະພັນ.