ສຳເລັັດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ຢູ່ພະແນກຍຸຕິທຳແຂວງຄຳມ່ວນ

      ກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງ ພາຍໃນພັກຂອງໜ່ວຍພັກພະແນກຍຸຕິທຳໄດ້ດຳເນີນຂຶ້ນ ໃນລະຫວ່າງວັນທີ່ 24 ຫາ 28 ກໍລະກົດ 2017 ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທາ ພົມມະສອນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກນຸຕິທຳແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ ປະທານສະພາເຂດເລືອກຕັ້ງ ທີ 12,  ສະຫາຍ ບຸນມາ ສຸສະດາວອນ  ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຫົວໜ້າອົງ ການໄອຍະການປະຊາຊົນແຂວງຄຳມ່ວນ ແລະ  ສະຫາຍ ຄຳຜົງ ວົງພະຈັນ ຄະນະປະຈຳພັກແຂວງ ປະທານກວດກາພັກລັດແຂວງຄຳມ່ວນ ໃນນັ້ນມີ ຄະນະພັກ, ສະມາຊິກພັກ ເຂົ້າຮ່ວມທັງໝົດ ຈຳນວນ  24  ສະຫາຍ, ຍິງ  10   ສະຫາຍ.

      ໃນກອງປະຊຸມບັນດາສະມາຊິກພັກໄດ້ເຊື່ອມຊຶມຄຳສັ່ງກົມການເມືອງສູນກາງພັກ ແລະ ໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນຳໆພາວຽກງານຮອບດ້ານ ຂອງໜ່ວຍພັກພະແນກ ພ້ອມທັງໃຫ້ຜູ້ແທນກອງປະຊຸມປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ດຳເນີນການສຳຫຼວດ ກວດກາເພື່ອປົວແປງພາຍໃນພັກ ດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມເນື້ອໃນເອກະສານເດັດດ່ຽວ ປັບປຸງ ປົວແປງພັກໃຫ້ປອດ ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະ 6 ຄຸນທາດການເມືອງ 7 ຄຸນສົມບັດສິນທຳປະຕິວັດ ແລະ 4 ແບບແຜນວິທີ ນຳພາ ແລະ ເຮັດວຽກ, ສະກັດກັ້ນພະຍາດອາຍາສິດ, ຕ້ານການສໍ້ລາດບັງ ຫຼວງ ແລະ ການເຄື່ອນໄຫວວຽກງານໃນລະຍະຜ່ານມາ ລວມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະຫາຍ ພ້ອມທັງຕີລາຄາຈັດປະເພດສຳມະຊິກພັກ.

     ກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງໜ່ວຍພັກຄັ້ງນີ້ ສະມາຊິກແຕ່ລະສະຫາຍ ຍັງໄດ້ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຄວາມເປັນຈິງເພື່ອຕຳນິ ກໍ່ສ້າງ ເຊີ່ງກັນ ແລະ ກັນ ພ້ອມທັງລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈ ຕໍ່ຄະນະພັກ, ຄະນະພະແນກຕາມວາລະລະບຽບຂອງກອງ ປະຊຸມ ໃນຄັ້ງນີ້ທີ່ໄດ້ກຳນົດໄວ້

     ກອງປະຊຸມປັບປຸງປົວແປງໜ່ວຍພັກໃນຄັ້ງນີ້ ໄດ້ກຳນົດທິດທາງຕໍ່ໜ້າຂອງໜ່ວຍພັກ ຊຶ່ງມີດັ່ງນີ້: ຄະນະໜ່ວຍພັກ ຈະສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ວ່າດ້ວຍການດຳເນີນຊີວິດ ການເມືອງປັບປຸງປົວແປງທົ່ວໜ່ວຍພັກຂັ້ນຂອງຕົນ, ສືບຕໍ່ເອົາໃຈໃສ່ຜົນດຳເນີນຊີວິດການເມືອງ ປັບປຸງ ປົວແປງພັກຄັ້ງນີ້ ສົມທົບກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສືບຕໍ່ປັບປຸງ ປົວແປງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍ ພັກ, ປ່ຽນແປງທັດສະນະຄະຕິ, ແນວຄິດ ແລະ ການປະພຶດທີ່ບໍ່ສອດຄ່ອງກັບທຸກຂົງເຂດວຽກງານ ເປັນຕົ້ນ ແມ່ນການຄຸ້ມຄອງ, ການບໍລິຫານລັດ, ການແກ້ໄຂພະຍາດອາດຍາສິດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຂາດຕົວ ຢູ່ໃນຂັ້ນຂອງຕົນ ແລະ ພະນັກງານສະມາຊິກພັກຂັ້ນນຳພາຄຸ້ມຄອງໃຫ້ເຂັ້ມແຂງກວ່າເກົ່າ.  

           ກອງປະຊຸມໄດ້ສະຫຼູບ ແລະ ປິດລົງ ໃນວັນທີ 28 ກໍລະກົດ 2017 ດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.

       

   ຂຽນຂ່າວ ແລະ ຖ່າຍພາບໂດຍ ຄຳມ່ວນ

ຜູ້ປະສານງານແຂວງຄຳມ່ວນ

ປະເພດຂ່າວ: