ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມ​ກັບຄະນະພັກອົງການປົກຄອງເມືອງມະຫາໄຊ ຈັດກອງປະຊຸມເຜີຍແຜ່ກົດໝາຍ

ໃນວັນທີ 14 -15 ພຶດສະພາ 2019 ຜ່ານມານີ້ ທາງຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ສົມທົບກັບ ຄະນະອຳນາດການປົກຄອງເມືອງ ມະຫາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍຂຶ້ນ  ທີ່ສະໂມສອນເມືອງ ມະຫາໄຊ ແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ບົວພັນ ແສງຈັນ ເລຂາພັກເມືອງ ເຈົ້້າເມືອງ ມະຫາໄຊ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ເຂົ້າຮ່ວມມີບັນ​ດາຫົວ​ໜ້າ​ຂະ​ແໜງ, ຮອງ​ຂະ​ແໜງ ແລະ ​ພະ​ນັກ​ງານ​​ພາຍ​ໃນພະ​ແນກ​ຍຸ​ຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຈຳ​ນວນ 13 ຄົນ, ຍິງ 3 ຄົນ, ພ້ອມດ້ວຍບັນ​ດາ​ຫົວ​ໜ້າ​ຫ​ອ້ງ​ການ, ຮອງ​ຫ້ອງ​ການ, ພະ​ນັກ​ງານ​ວິ​ຊາ​ການຂອງ​ບັນ​ດາ​ຫ້ອງ​ການອ​ອ້ມ​ຂ້າງ​ເມືອງ ພ້ອມ​ດ້ວຍ​ການ​ຈັດ​ຕັ້ງ​ຂັ້ນ​ຮາກ​ຖານ​ບ້ານ​​ ​ເຂົ້າ​ຮ່ວມ​ທັງ​ໝົດ​ ​ຈຳ​ນວນ 159 ຄົນ, ຍິງ 59 ຄົນ .

ຜ່ານ​ການ​ດຳ​​ເນີນ​ເປັນ​ເວ​ລາ 2 ວັນ  ກອງ​ປະ​ຊຸມ​ໄດ້​ເຜີຍ​ແຜ່ ແລະ ຮັບ​ຟັງ​ການ​ເຜີຍ​ແຜ່​ບັນ​ດາ​ກົດ​ໝາຍ ແລະ ນິ​ຕິ​ກຳຕ່າງ​ຄື :

  1. ກົດ​ໝາຍວ່າ​ດ້ວຍ​ ກຳ​ມະ​ສິດ.
  2. ​ກົດ​ໝາຍ​ວ່າ​ດ້ວຍ ​ການ​ສືບ​ທອດ​ມູນ​ມໍ​ລະ​ດົກ.
  3. ກົດ​ໝາຍວ່າ​ດ້ວຍ ຄອບ​ຄົວ.
  4. ກົດ​ໝາຍ​ວ່າ​ດ້ວຍ ​ຢາ​ເສບ​ຕິດ.
  5. ກົດໝາຍ​ວ່າ​ດ້ວຍ​ ຂໍ້​ຜູກ​ພັນ​ໃນ​ສັນ​ຍາ ແລະ ນອກ​ສັນ​ຍາ.
  6. ກົດ​ໝາຍ​ວ່າ​ດ້ວຍ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ.
  7. ກົດ​ໝາຍ​ວ່າ​ດ້ວຍ ​ທະ​ບຽນ​ສານ.
  8. ກົດ​ໝາຍ​ວ່າ​ດ້ວຍ​ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດ​ຖະ​ກິດ
  9. ດຳ​ລັດ​ວ່າ​ດ້ວຍ ​ການຊ່ວຍ​ເຫຼືອ​ທາງ​ດ້ານ​ກົດ​ໝາຍ.

ພ້ອມນັ້ນ ກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງ ການ​ໃຫ້​ຄຳ​ຄິດ​ຄຳ​ເຫັນ ຂອງ​ທ່ານ ຄຳ​ເພົ້າ ທອງ​ເທ​ພາ​ຮັກ ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ ຊຶ່ງ​ເນື້ອ​ໃນ​ຕົ້ນ​ຕໍ​ໄດ້​ຍົກ​ໃຫ້​ເຫັນ  ຈຸດ​ປະ​ສົງ ແລະ ຄວາມ​ຈຳ​ເປັນ​ຂອງ​ການ​ເຜີຍ​ແຜ່​ກົດ​ໝາຍ ຊຶ່ງ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຕ້ອງ​ມີ​ສ່ວນ​ຮ່ວມ ,  ​ບັນ​ຫາຂໍ້​ສະ​ດວກ ແລະ ຂໍ້​ຫຍຸ້ງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ ລວມ​ທັງ ເນື້ອ​ໃນ​ຈິດ​ໃຈ​ຂອງ​ບາງ​ເນື້ອ​ໃນ ​ບາງ​ມາດ​ຕາ ເພື່ອ​ໃຫ້​ສຳ​ມະ​ນາ​ກອນ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິງ .

      ທັງນີ້ ທ່ານຄຳເພົ້າ ທອງເທພາຮັກ  ກໍ່ຍັງໄດ້ສະແດງຄວາມຮູ້ບຸນຄຸນ ຍ້ອງຍໍ ຊົມເຊີຍ ມາຍັງ ທຸກໆພາກສ່ວນ ທີ່ໄດ້ໃຫ້ການຮ່ວມໄມ້ ຮ່ວມມື ທັງເອື້ອອຳນວຍຄວາມສະດວກ ແລະ ສະໜອງດ້ານຕ່າງໆ  ບໍ່ວ່າຈະເປັນສະຖານທີ່ຈັດກອງປະຊຸມໄປຈົນເຖິງ ອຸປະກອນຮັບໃຊ້ທີ່ປະຊຸມ ແລະ ອື່ນໆ. ພ້ອມທັງຊົມເຊີຍ ບັນດານັກສຳມະນາກອນ ທຸກທ່ານ ທີ່ມາຈາກຫ້ອງການອ້ອມຂ້າງ ຈົນຮອດການຈັດຕັ້ງຂັ້ນຮາກຖານ ທີ່ໄດ້ ໃຫ້ຄວາມສຳຄັນ  ໃນການເຂົ້າຮ່ວມ ແລະ ມີສ່ວນຮ່ວມຕໍ່ວຽກງານ ໂຄສະນາເຜີຍແຜ່ກົດໝາຍ ໃນຄັ້ງນີ້ ໃຫ້ມີເນື້້ອໃນເລິກເຊີ່ງ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ

         ກອງປະຊຸມ ໄດ້ປິດລົງ ໃນເວລາ 16:00 ໂມງ ຂອງວັນທີ 15 ພຶດສະພາ 2019