ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳຮາກຖານປີ 2019

ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນປີ 2019  ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕາມຂັ້ນຕອນ, ໃຫ້ໄດ້ຮັບຜົນສຳເລັດ ມີຄຸນນະພາບສູງ ປະກອບສ່ວນໃນການຈັດຕັ້ງປະຕິບັດໃນການສ້າງເຂດທີ່ປົກຄອງທາງດ້ານກົດໝາຍເທື່ອລະກ້າວ ຊື່ງການເຄື່ອນໄຫວວຽກງານຍຸຕິທຳຮາກຖານຄັ້ງນີ້ ແມ່ນມີ 110 ຕົວເມືອງຄື:  ເມືອງ ທ່າແຂກ, ເມືອງ ໜອງບົກ, ເມືອງ ຫີນບູນ, ເມືອງ ມະຫາໄຊ, ເມືອງ ຍົມມະລາດ,, ເມືອງ ເຊບັ້ງໄຟ, ເມືອງ ໄຊບົວທອງ, ເມືອງ ນາກາຍ, ເມືອງ ຄູນຄຳ ແລະ ເມືອງ ບົວລະພາ.

ໃນຊຸດການລົງຕິດຕາມເຄື່ອນໄຫວໃນຄັ້ງນີ້ ແມ່ນເລີ່ມເຄື່ອນໄຫວ ແຕ່ວັນທີ 04 ເມສາ - 30 ເມສາ 2019  ຊື່ງໄດ້ແບ່ງອອກເປັນ 3 ຈຸຄື: ຈຸທີ1 ນຳໂດຍ ທ່ານ ວິໄຊ ແກ້ວດວງດີ , ຈຸທີ 2 ນຳໂດຍ ທ່ານ ລຳພອນ ສີອັກສອນ , ຈຸທີ 3 ນຳໂດຍ ທ່ານ ໄຄສີ ດາລາສີ  ຈຸດປະສົງ ອັນຫຼັກໆ ໃນການລົງເຄື່ອນໄຫວໃນບັນດາຫ້ອງການຍຸຕິທຳ 10 ຕົວເມືອງໃນຄັ້ງນີ້ມີຄື:

1. ພົບປະ ແລະ ໂອ້ລົມນັກຝືກອົບຮົມກົດໝາຍ 45 ວັນໃຫ້ມີຄວາມຕື່ນຕົວໃນການຄົ້ນຄວ້າຮ່ຳຮຽນ ແລະ ການເຂົ້າຝືກອົບຮົມເປັນປົກກະຕິ;

2. ພົບປະ ແລະ ປຶກສາຫາລື ຄະນະຊີ້ນຳຂັ້ນເມືອງເພື່ອປືກສາຫາລືກ່ຽວກັບວຽກງານຍຸຕິທຳຮາກຖານ;

3. ຮັບຟັງການລາຍງານຮອບດ້ານຂອງຫ້ອງການຍຸຕິທຳເມືອງ;

 4. ແນະນຳວຽກງານບາງດ້ານທີ່ເຫັນວ່າມີຄວາມຈຳເປັນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການເຄື່ອນໄຫວວຽກງານຂອງຫ້ອງການຍຸຕິທຳເມືອງ.

            ການລົງເຄື່ອນໄຫວວຽກງານຕິດຕາມ ຊຸກຍູ້ ຂອງບັນດາ 10 ຕົວເມືອງ ໃນຄັ້ງ ແມ່ນ ໄດ້ສຳເລັດລົງໃນວັນທີ 30 ເມສາ 2019.