Submitted by buakhao on

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ພະຈິກ 2020 ຢູ່ທີ່ຫ້ອງວ່າການແຂວງ ບໍລິຄຳໄຊ, ໂດຍຊ້ອງໜ້າ ທ່ານ ປອ. ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງ ບໍລິຄຳໄຊ, ມີຄະນະຫ້ອງວ່າການແຂວງ, ຄະນະພະແນກຍຸຕິທຳແຂວງ, ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 675/ຂບຊ, ລົງວັນທີ 11 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ສົມໃຈ ຄຸນພະໄຊ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ໄປເປັນຮັກສາການຫົວໜ້າຫ້ອງວ່າການແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ບໍລິຄຳໄຊ ສະບັບເລກທີ 677/ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ນາງ ວິໄລ ພິລາວົງ ຮອງຫົວໜ້າຫ້ອງວ່າການແຂວງ ໄປເປັນຮັກສາການຫົວໜ້າພະແນກຍຸຕິທຳແຂວງ ແລະ ຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 606/ຄປພ.ຂບຊ ລົງວັນທີ 11 ພະຈິກ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ປອ. ນາງ ວິໄລ ພິລາວົງ ເປັນເລຂາໜ່ວຍພັກ ພະແນກຍຸຕິທຳແຂວງ.
ໃນພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານເຈົ້າແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ການປັບປຸງ, ຍົກຍ້າຍ, ແຕ່ງຕັ້ງໜ້າທີ່ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ເປັນວຽກປົກກະຕິ ແລະ ເປັນຫຼັກການຂອງພັກ ເພື່ອເຮັດໃຫ້ລະບົບກົງຈັກການຈັດຕັ້ງພັກ-ລັດ ໃນລະບົບການເມືອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຫົວໜ້າພະແນກຍຸຕິທຳ ຜູ້ໃໝ່ຈົ່ງເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນ ຕ້ອງກຳແໜ້ນສິດ, ໜ້າທີ່ ພາລະບົດບາດຂອງຕົນ ກໍ່ຄືກົມກອງວາງອອກ ຮັບປະກັນການປະຕິບັດລັດຖະທຳມະນູນ ແລະ ລະບຽບຫຼັກການຂອງພັກ-ລັດ, ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໝູ່ຄະນະ, ມີແບບແຜນເຂັ້ມງວດໃນການເຮັດວຽກ ນຳພາເປັນໝູ່ຄະນະ, ມີການປະສານສົມທົບກັບການນຳພາຂອງພັກ, ມີທັດສະມະຫາຊົນຖືກຕ້ອງ ຮູ້ຮັບຟັງ ແລະ ເລືອກເຟັ້ນຄຳຄິດ-ຄຳເຫັນ, ມີແບບແຜນວິທີນຳພາທີ່ມີວິທະຍາສາດ ແລະ ມີຄວາມໂປ່ງໃສ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ
ພາບ - ຂ່າວໂດຍ : ພະແນກຍຸຕິທຳແຂວງ