ກຳມະບານຮາກຖານພະແນກຍຸຕິທຳແຂວງ ບໍລິຄຳໄຊ ຈັດກອງປະຊຸມໃຫຍ່ ຄັ້ງທີ 5

ໃນວັນທີ 9 ກັນຍາ 2019 ຜ່ານມານີ້ ກຳມະບານຮາກຖານພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 5 ຂຶ້ນທີ່ຫ້ອງປະຊຸມ ໄອຍະການປະຊາຊົນເຂດ 1 ພາຍໃຕ້ການເປັນປະທານຂອງ ທ່ານ ສະພັງທອງ ພົມມະຈັກ ປະທານຮາກຖານກຳມະບານ ພະແນກຍຸຕິທຳແຂວງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ດຳລົງ ທັບລາດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງ, ທ່ານ ຄໍາຜັນ ສິດໄຊຍະສານ ເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ. ມີບັນດາທ່ານແຂກຖືກເຊີນ ແລະ ສະມາຊິກກຳມະບານພາຍໃນ ພະແນກຍຸຕິທຳແຂວງເຂົ້າຮ່ວມ.

ສະຫາຍ ນາງ ລັດດາວັນ ວິລະໄຊ ຮອງປະທານກຳມະບານຮາກຖານ ພະແນກຍຸຕິທຳແຂວງ ໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມລາຍງານການເມືອງທັງສອງພາກ ຊຶ່ງເນື້ອໃນດັງກ່າວໄດ້ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດຫຼາຍດ້ານຊຶ່ງສະແດງອອກໃນການເຄື່ອນໄຫວຕົວຈິງທາງວຽກງານວິຊາສະເພາະທີ່ພົ້ນເດັ່ນ ເຊັ່ນ ວຽກງານທະບຽນສານ, ວຽກງານໂຄສະນາເຜີຍແຜ່ກົດໜາຍ ແລະ ວຽກຂະບວນການລວມຕ່າງໆ. ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ແລະ ສາມາດເລືອກໄດ້ 3 ສະຫາຍຄື: ສະຫາຍ ສະພັງທອງ ພົມມະຈັກ ເປັນປະທານກຳມະບານຮາກຖານ, ສະຫາຍ ນາງ ລັດດາວັນ ວິລະໄຊ ເປັນຮອງປະທານ, ສະຫາຍ ເດືອນຈັນນຶກ ສຸວັນນະລາດ ເປັນຄະນະ ທັງເປັນຜູ້ກວດກາ.
ໃນຕອນທ້າຍ ທ່ານ ດຳລົງ ທັບລາດ ປະທານກຳມະບານແຂວງ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ກຳມະບານຮາກຖານພະແນກຍຸຕິທຳແຂວງ ບໍລິຄໍາໄຊຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນພາລະບົດບາດສິດໜ້າທີ່ຂອງກຳມະບານລາວ ໂດຍສະເພາະແມ່ນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອໃຫ້ສອດຄ່ອງແທດເໝາະກັບສະພາບໃນປັດຈຸບັນຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານລາວວາງອອກ.

ຂ່າວ ແລະ ພາບ: ບຸນເລີດ ລັດທະພອນ ພະແນກຍຸຕິທຳແຂວງ