ບໍລິຄຳໄຊ ເຜີຍແຜ່ດຳລັດການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ

ໃນວັນທີ 13 ກັນຍາ 2019 ຜ່ານມານີ້ ຢູ່ທີ່ໂຮງແຮມວິໄລສັກ ແຂວງ ບໍລິຄຳໄຊ ກົມສົ່ງເສີມລະບົົບຍຸຕິທໍາ ກະຊວງຍຸຕິທໍາ ໄດ້ຈັດພິທີ ເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືຶອທາງດ້ານກົດໝາຍ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ບໍລິຄຳໄຊ ມີຫົວໜ້າພະແນກການ, ພະນັກງານຫ້ອງການຍຸຕິທຳເມືອງ 7 ເມືອງ ແລະ ນາຍບ້ານພ້ອມດ້ວຍ ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຈຳນວນ 5 ບ້ານເຂົ້າຮ່ວມ.

ໃນພິທີທ່ານ ບຸນຊ່ວງ ທະວີສັກ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍສະບັບເລກທີ 77/ລບ.ລົງວັນທີ 28 ກຸມພາ 2018 ຊຶ່ງປະກອບມີ 11 ໝວດ, 49 ມາດຕາ ເພື່ອເຮັດໃຫ້ທຸກພາກສ່ວນ ຊັ້ນຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຄວາມສະເໜີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ປະກອບສ່ວນສ້າງສັງຄົມໃຫ້ມີຄວາມສະຫງົບ ມີຄວາມສາມັກຄີປອງດອງຍຸຕິທຳ ແລະ ສີວິໄລ ສຳລັບການປະກາດຈັດຕັ້ງການຊ່ວຍເຫຼືອທາງດ້ານກົດໝາຍຄັ້ງນີ້ ແມ່ນເພື່ອໃຫ້ການຊ່ວຍເຫຼືອແກ່ຄົນທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການປົກປ້ອງພິເສດ ແລະ ກ້າວໄປເຖິງການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຈາກການໃຊ້ຄວາມຮຸນແຮງອື່ນໆ

ໃນພິທີຜູ້ຕາງໜ້າໂຄງການຊ່ວຍເຫຼືອລາວ-ລຸກຊຳບວກ ທີ່ສະໜັບສະໜູນທາງດ້ານກົດໝາຍກໍໄດ້ມອບເຄື່ອງໃຊ້ຫ້ອງການຈຳນວນໜຶ່ງເຂົ້າໃນວຽກງານຊ່ວຍເຫຼືອດ້ານກົດໝາຍຊຶ່ງປະກອບມີ ຕູ້ໃສ່ເອກະສານ 2 ໜ່ວຍ, ໂຕະ 2 ໜ່ວຍ, ຕັ່ງ 2 ໜ່ວຍ, ຄອມພີວເຕີຕັ້ງໂຕະ 1 ໜ່ວຍ, ເຄື່ອງສາຍໂປຣເຈັກເຕີ ແລະ ຕູ້ລຳໂພງ 1 ໜ່ວຍ ລວມ ມູນຄ່າທັງໝົດ 22.701. 999 ກີບ ກ່າວຮັບໂດຍ ທ່ານ ສົມໃຈ ຄຸນພະໃຊ ຫົວໜ້າພະແນກຍຸຕິທຳ ແຂວງ ບໍລິຄຳໄຊ.

ຂຽນຂ່າວຖ່າຍພາບໂດຍ: ບຸນເລີດ ລັດທະພອນ