ພະແນກຍຸຕິທໍາ ແຂວງບໍລິຄໍາໄຊ ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ

     ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ໄດ້ ຈັດພິທີມອບ-ຮັບ ຮັບໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ 4 ປະຈໍາ  ປີ2016  ຂຶ້ນ ໃນວັນທີ 3 ພືດສະພາ 2017 ຜ່ານມານີ້ ຢູ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງ ຊຶ່ງໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ ໂດຍ ທ່ານ ຈວງຈັນ ລາດສະວົງ ຄະນະປະຈຳ ພັກແຂວງ  ຫົວໜ້າ ກອງບັນຊາການທະຫານແຂວງ. ໜ່ວຍພັກພະແນກຍຸຕິທຳ ແຂວງບໍລິຄຳໄຊ   ເປັນໜ່ວຍພັກໜຶ່ງ ທີ່ຂຶ້ນກັບອົງ ຄະນະພັກແຂວງ ນັບແຕ່ ປີ 2002 ເປັນຕົ້ນມາໜ່ວຍພັກພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ສູ້ຊົນຈັດຕັ້ງປະຕິບັດນຳພາສະມາຊິກພັກ, ພະນັກງານ ໃນການປະຕິບັດໜ້າທີ່ວຽກງານແຕ່ລະດ້ານຕາມພາລະບົດບາດໜ້າທີ່ຮັບ ຜິດຊອບຂອງຕົນຢ່າງຮອບດ້ານ ຈົນໄດ້ຮັບຜົນສຳເລັດ ແລະ ມີຜົນງານອັນພົ້ນເດັ່ນເປັນກ້າວໆມາ ເຮັດໃຫ້ ໜ່ວຍພັກ ພະແນກຍຸຕິທຳແຂວງ ມີຄວາມເຕີບໃຫ່ຍເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ສະນັ້ນ, ໜ່ວຍ ພັກ ຈຶ່ງໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານ  4 ສະໄໜຕິດຕໍ່ກັນ.

 

    ໃນພິທີ ສະຫາຍ ສະພັງທອງ ພົມມະຈັກ ວ່າການເລຂາໜ່ວຍພັກພະແນກຍຸຕິທໍາແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຂອງໜ່ວຍ ປະຈຳປີ 2016 ແລະ ທິດທາງແຜນການ ການກໍ່ສ້າງເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານປະຈຳປີ 2017ໄດ້ກ່າວວ່າ ປີຜ່ານມາ ໜ່ວຍພັກພະແນກຍຸຕິທຳ ແຂວງ ບໍລິຄຳໄຊ ໄດ້ສູ້ຊົນຮັກສາມູນເຊື້ອການເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບ ດ້ານ ໂດຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາດ້ານແນວຄິດການເມືອງໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນພະແນກຍຸຕິທຳ ກຳແໜ້ນມູນເຊື້ອອັນດີງາມຂອງພັກ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ເປັນເຈົ້າຕົນເອງເສີມຂະ ຫຍາຍຫົວຄິດປະດິດສ້າງ, ຝຶກຝົນຫຼໍ່ຫຼອມໃຫ້ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ, ມີທັດສະນະຊົນຊັ້ນກຳມະກອນຢ່າງເລີກເຊີ່ງ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະ ຕິບັດລະບຽບພັກຢ່າງເຂັ້ມງວດ.

 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ບຸນເລີດ ລັດທະພອນ

ຜູ້ປະສານງານແຂວງ ບໍລິຄຳໄຊ