ຂະແໜງຍຸຕິທຳ 5 ເມືອງ ຂອງແຂວງບໍ່ແກ້ວໄດ້ຮັບການຝຶກອົບຮົມການເປັນຄູຝຶກວຽກງານແກ້ໄຂ້ຂໍ້ຂັດແຍ່ງຂັ້ນບ້ານ

ຕອນເຊົ້າຂອງວັນທີ 5 ສິງຫາ 2019 ນີ້, ກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ ສົມທົບກັບພະແນກຍຸຕິທໍາແຂວງບໍ່ແກ້ວ ໄດ້ຈັດຊຸດຝຶກອົບຮົມໃຫ້ແກ່ຄູຝຶກ ວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຂຶ້ນ ໂດຍການເປັນປະທານຮ່ວໃຂອງທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ແລະ ທ່ານ ນາງ ຂັນຄຳ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງບໍ່ແກ້ວ ມີບັນດາຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການຍຸຕິທໍາ 5 ເມືອງ, ຫົວໜ້າໜ່ວຍງານ ຫຼື ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການພາຍໃນພະແນກຍຸຕິທໍາແຂວງ ເຂົ້າຮ່ວມ 27 ທ່ານ, ຍິງ 09 ທ່ານ.

ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທໍາ ກໍໄດ້ກ່າວຈຸດປະສົງ, ຄວາມໝາຍຄວາມສໍາຄັນ, ແລະ ເນື້ອໃນຂອງການຝຶກອົບຮົມໃນຄັ້ງນີ້ມີ 02 ບົດຄື: ຄວາມຮັບຮູ້ກ່ຽວກັບການຝຶກອົບຮົມວຽກງານການແກ້ໄຂ້ຂໍ້ຂັດແຍ່ງຂັ້ນບ້ານ ແລະ ການດໍາເນີນການຝຶກອົບຮົມວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ລວມມີ 16 ກິດຈະກໍາທີ່ຈະເຮັດ ແລະ ແບ່ງກຸ່ມໃນການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ.

ຈາກນັ້ນ, ທ່ານ ນາງຂັນຄໍາ ແກ້ວໄກສອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ກໍໄດ້ມີຄໍາເຫັນຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກົມສົ່ງເສີມລະບົບຍຸຕິທໍາ ທີ່ໄດ້ເອົາໃຈໃສ່ໃນການບໍລິຫານເວລາ, ອໍານວຍຄວາມສະດວກໃນທຸກດ້ານ, ຕອບສະໜອງບັນດາເອກະສານ ແລະ ອຸປະກອນຕ່າງໆມາຮັບໃຊ້ໃນຊຸດຝຶກອົບຮົມ ໃຫ້ທັນຕາມກໍານົດເວລາ ແລະ ຮຽກຮ້ອງໃຫ້ນັກຝຶກອົບຮົມທຸກຄົນຈົ່ງ ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າບົດຮຽນ ແລະ ຍົກພຶດຕິກໍາຕົວຈິງຢູ່ທ້ອງຖິ່ນຂອງຕົນມາສົນທະນາ ແລະ ແລກປ່ຽນບົດຮຽນນໍາຄູຝຶກ ພ້ອມທັງ ຍາດແຍ່ງເອົາຄວາມຮູ້, ຄວາມສາມາດ ແລະ ບົດຮຽນໃຫ້ໄດ້ຫຼາຍ ເພື່ອຈະໄດ້ນໍາເອົາເນື້ອໃນຈິດໃຈໃນຊຸດຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ບັນດາເມືອງໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ. ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນໄປເປັນເວລາ 5 ວັນ ຈຶ່ງສໍຳເສັດ.
ຂ່າວ ແລະ ພາບ: ອານົນ ໄພຍະສານ