ເຈົ້າແຂວງ ບໍ່ແກ້ວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມ ພະນັກງານຫຼັກແຫຼ່ງ ໃນຂົງເຂດຍຸຕິທຳ

ໃນຕອນບ່າຍຂອງວັນທີ 15 ມັງກອນ 2020 ທີ່ຜ່ານມາ ທ່ານ ປອ ບົວຄົງ ນາມມະວົງ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍ່ແກ້ວ ໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງພະແນກຍຸຕິທຳ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍ່ແກ້ວ ມີບັນດາຫົວໜ້າ, ຮອງຫົວໜ້າພະແນກຍຸຕິທຳ, ຫົວໜ້າ, ຮອງຫົວໜ້າອົງການໄອຍະການປະຊາຊົນ, ປະທານ, ຮອງປະທານສານປະຊາຊົນແຂວງ, ຜູ້ພິພາກສາ, ຈ່າສານ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮວ່ມທັງໝົດ 54 ທ່ານ ຍິງ 19 ທ່ານ.

ໃນພິທີ ທ່ານ ຄຳຫຼ້າ ອຸດທະຍອດ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ຕາງໜ້າ ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ. ຜ່ານມາຊື່ງຂະແໜງຍຸຕິທຳ ໄດ້ສຳເລັດໃນການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ໃຫ້ພະນັກງານຮາກຖານບ້ານ, ກຸ່ມບ້ານ, ຢູ່ບັນດາເມືອງ ການປະເມີນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ, ປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານອົງການໄອຍະການປະຊາຊົນ ໄດ້ສຳເລັດວຽກງານການຕິດຕາມກວດກາການປະຕິບັດກົດໝາຍ ແລະ ຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ຄົ້ນຄວ້າຄໍາຮ້ອງຂອງພົນລະເມືອງ 70 ສະບັບ, ແກ້ໄຂຄະດີອາຍາ 498 ເລື່ອງ, ແກ້ໄຂຄະດີແພ່ງ 13 ເລື່ອງ, ອອກຄໍາສັ່ງກັກຂັງພາງ 476 ສະບັບ, ຄົ້ນຄວ້າສະເໜີອະໄພຍະໂທດໃຫ້ແກ່ນັກໂທດທີມີຜົນງານເນື່ອງໃນໂອກາດວັນຊາດຈຳນວນ 88 ຄົນ, ຍິງ 14 ຄົນ, ວຽກງານຂອງສານປະຊາຊົນ ໄດ້ສຳເລັດການພິຈາລະນາຕັດສີນຄະດີທັງໝົດ 320 ເລື່ອງ, ຂັ້ນຕົ້ນ 318 ເລື່ອງ, ຂັ້ນອຸທອນ 03 ເລື່ອງ, ໂທດປັບໃໝ, ຮິບເງິນ, ຮິບຂອງກາງຢາເສບຕິດ, ຮິບປືນຊະນິດຕ່າງໆ, ຮິບຊັບສິນ ແລະ ດ້ານອ່ອນຂໍ້ຄົງຄ້າງ ທີ່ຈະສືບຕໍ່ແກ້ໄຂໃນຕໍ່ໜ້າ. ພ້ອມທັງສະເໜີຂໍຈຳນວນໜຶ່ງເພື່ອພັດທະນາວຽກງານໃນຂົງເຂດຍຸຕິທຳໃນຕໍ່ໜ້າ.

ໃນຕອນທ້າຍພິທີ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງ ບໍ່ແກ້ວ ໄດ້ມີຄໍາເຫັນໂອ້ລົມໃຫ້ຄະນະນຳຂົງເຂດ 3 ຂະແໜງການກໍຄື ພະແນກຍຸຕິທຳ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ຈົ່ງສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານການຄ້າຂາຍເຖື່ອນ, ການຄາດຕະກໍາ, ຂີ້ລັກງັດແງະ, ອຸປະຕິເຫດຕາມທ້ອງຖະໜົນ, ການຄຸ້ມຄອງອາວຸດເສິກ, ອາວຸດລ່າເນື້ອ, ຄຸ້ມຄອງການເຂົ້າ-ອອກເມືອງ ສຸມໃສ່ແກ້ໄຂການລົງກໍ່ສ້າງຮາກຖານ, ຕາມວຽກງານວິຊາສະເພາະ, ແບ່ງໜ້າທີ່ຄວາມຮັບຜິດຊອບ ໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດນຳໃຊ້ບຸກຄະລາກອນ ໃຫ້ຖືກຕ້ອງ ຕາມແບບແຜນວິທີການເຮັດວຽກ ໃນທຸກຂົງເຂດອົງການຕຸລາການໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບໂດຍ: ພຸດທະຈັກ ວິໄລພອນ