Submitted by xaiyphimphone on

ໃນລະຫວ່າງວັນທີ 11-13 ມັງກອນ 2023 ຄະນະທີມງານຫ້ອງການຍຸຕິທໍາເມືອງຜົ້ງສາລີ ແຂວງຜົ້ງສາລີໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຢູ່ 2 ກຸ່ມ: ກຸ່ມຫຼັກ 18, ກຸ່ມໂພນແກ້ວມີ 2 ບ້ານຄື: ບ້ານບໍ່ກົ້ງ ແລະ ບ້ານນໍ້າປຸງ ໃນນີ້ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 154 ຄົນ, ຍິງ 72 ຄົນ.

ຈຸດປະສົງໃນການລົງເຄື່ອນໄຫວລົງຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ກໍ່ເພື່ອເຮັດໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ລະບຽບການຂອງລັດທີ່ວາງອອກແຕ່ລະໄລຍະ ເພື່ອສ້າງສະຕິເຄົາລົບກົດໝາຍໃຫ້ແກ່ປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ. ກົດໝາຍທີ່ລົງເຜີຍແຜ່ໃນຄັ້ງນີ້ປະກອບມີ ກົດໝາຍອາ ຍາ, ກົດໝາຍຢາເສດຕິດ, ກົດໝາຍຄອບຄົວ, ກົດໝາຍທະບຽສານ, ກົດໝາຍການຄ້າມະນຸດ ແລະ ດຳລັດຂອງລັດຖະບານກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ, ລົງວັນທີ່ 28 ກຸມພາ 2018 ແລະ ເຜີຍແຜ່ນິຕິກຳການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ສະບັບເລກທີ 626/ລບ, ລົງວັນທີ 22 ຕຸລາ 2021. ໃນໂອກາດດຽວກັນນີ້ ທ່ານ ທອງສີວັນ ກຳມະລັດ ຮອງຫົວໜ້າຫ້ອງການຍຸຕິທຳເມືອງຜົ້ງສາລີ ຕາງໜ້າໃຫ້ຄະນະທີມງານໄດ້ມີຄໍາເຫັນ ແລະ ຂຶ້ນມອບໂພສເຕີ, ປື້ມຄູ່ມືຈໍານວນໜຶ່ງໃຫ້ 2 ບ້ານຕື່ມອີກ.
ພາບ-ຂ່າວໂດຍ: ທ່ານ ຄຳສາຍ ສອນວິໄລ ຫ້ອງການຍຸຕິທໍາເມືອງ.
ປະເພດຂ່າວ: