ເມືອງ ວຽງຄຳ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1

ໃນວັນທີ 21 ພຶດສະພາ 2019 ຜ່ານມານີ້ຢູ່ທີ່ຫ້ອງ​ປະຊຸມ​ປົກຄອງ​ເມືອງ ​ວຽງຄໍາ ແຂວງ ວຽງຈັນ ໄດ້ຈັດພິທີປິດການຮຽນ - ການສອນ ກົດໝາຍ​ໄລ​ຍະ​ສັ້ນ 45 ຊຸດທີ I ຂື້ນຢ່າງເປັນທາງການໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພອນ​ແກ້ວ​ ຂຸນ​ພົນ​ ກຳມະການ​ພັກ​ແຂວງ ​ເລຂາ​ພັກ​ເມືອງ​ເຈົ້າ​ເມືອງ ວຽງຄໍາ, ທ່ານ ​ຄຳ​ພັນ ​ຊະ​ນະ​ໄພ ຮອງ​ຫົວໜ້າພະ​ແນ​ກຍຸຕິ​ທໍາ ​ແຂວງ ​ວຽງຈັນ, ຄະນະ​ປະຈຳ​ພັກ​ເມືອງ, ກຳມະການ​ພັກ​ເມືອງ, ຄູອາຈານ ຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ພະນັກງານວິຊາການ, ຕະຫຼອດຮອດນັກຝຶກ​ອົບຮົມກົດໝາຍ​ໄລ​ຍະ 45​ ວັນ​ຊຸດ​ທີ 1 ມີຈຳນວນພົນເຂົ້າຮ່ວມທັງໝົດ 102 ທ່ານ, ຍິງ 79 ທ່ານ.

ໃນພິທີທ່ານ ຄຳ​ມະນີ ພົມມະຈັນ ຮອງຫົວໜ້າຫ້ອງການຍຸຕິທຳ​ເມືອງ, ກໍ່ໄດ້ຂຶ້ນຜ່ານບົດ​ສະຫຼຸບ ຜົນສຳເລັດຂອງວຽກງານຍຸຕິທຳຮາກຖານ ກໍຄື ວຽກງານໜຶ່ງ ຊຶ່ງມີພາລະບົດບາດສຳຄັນຢ່າງຍິ່ງຢູ່ຮາກຖານບ້ານໃນການປະຕິບັດມະຕິກົມການເມືອງສູນກາງພັກ​, ກ່ຽວກັບ​ການ​ສ້າງ​ບ້ານ​ພັດທະນາເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານລົງສູ່ບ້ານ ແລະ ກຸ່ມບ້ານພັດທະນາຢ່າງທົ່ວເຖິງໄປພ້ອມໆກັນກັບຂະບວນການກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ເປີດກວ້າງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງບໍລິຫານບ້ານດ້ວຍຄວາມເຂັ້ມແຂງບົນພື້ນຖານພາລະບົດບາດສິດ ແລະ ໜ້າທີ່ ຕາມລະບຽບກົດໝາຍໃຫ້ມີຜົນສັກສິດ, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ອີກບັນຫາໜຶ່ງກໍ່ເປັນການສ້າງເງື່ອນໄຂ​ໃຫ້ອຳນາດການປົກຄອງບ້ານມີໂອກາດ​ໄດ້ເຊື່​ອມຊືມແນວທາງນະໂຍບາຍຂອງພັກ ແລະ ບັນດາກົດໝາຍຂອງລັດ ທີ່ວາງອອກເປັນແຕ່ລະໄລຍະ ໃຫ້ມີຄວາມ​ເປັນເອກະພາບ​ໃນແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ ຈັດຕັ້ງປະຕິບັດຊຸດການຮຽນ - ການສອນກົດໝາຍ​ໄລຍະ​ສັ້ນ 45 ​ວັນ ຊຸດທີ 1 ເຊິ່ງໄດ້ເລີ່ມເປີດແຕ່ວັນທີ 25 ກຸມພາ 2019 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຝຶກ​ອົບຮົມ ແມ່ນມີ 4 ພາກວິຊາຮຽນ ທັງໝົດມີ 34 ວິຊາ, ມີ 225 ໜ່ວຍກິດ, ມີ 360 ຊົ່ວໂມງຮຽນ ເຊິ່ງ: ວິຊາຮຽນທິດສະດີມີ 03 ວິຊາ, ວິຊາກົດໝາຍມີ 29 ວິຊາ, ວິຊາວຽກງານຍຸຕິທຳຮາກຖານມີ 01 ວິຊາ, ວິຊາເຕັກນິກການແຕ່ງເອກະສານ ມີ 01 ວິຊາ, ມີນັກ​ຝຶກ​ອົບຮົມທັງໝົດ 42 ທ່ານ, ຍິງ 21 ທ່ານ, ມາ​ຈາກ​ພາກສ່ວນ​ບ້ານ 28 ທ່ານ ຍິງ14 ທ່ານ, ຈາກ​ພາກສ່ວນ​ຫ້ອງການ​ອ້ອມ​ຂ້າງ​ພາຍ​ໃນ​ເມືອງ 14 ທ່ານ ຍິງ 7 ທ່ານ ແລະ ມີຄູອາຈານທັງໝົດ 35 ທ່ານ, ຍິງ 10 ທ່ານ, ນັກ​ສຶກສາ​ຝຶກ​ງານ​ຈຳນວນ 2 ທ່ານ, ຍິງ 1 ທ່ານ, ໃນນັ້ນຄູສອນມາຈາກຫ້ອງການອ້ອມຂ້າງພາຍໃນເມືອງ ວຽງຄຳ​, ໄອຍະການເຂດ 1 , ສານປະຊາຊົນເຂດ 1.

ໃນພິທີ ທ່ານ ພອນ​ແກ້ວ​ ຂຸນ​ພົນ​ ກຳມະການ​ພັກ​ແຂວງ ​ເລຂາ​ພັກ​ເມືອງ​ເຈົ້າ​ເມືອງ ວຽງຄໍາ. ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ​ແລະ ມອບ​ໃບ​ຍ້ອງຍໍໃຫ້ຜູ້ສຳເລັດການຝຶກ​ອົບຮົມ​ກົດໝາຍ​ໄລຍະ​ສັ້ນ 45 ວັນ ຊຸດທີ I ຢ່າງສົມກຽດ ​.

ໃນຕອນທ້າຍ ທ່ານ ພອນ​ແກ້ວ​ ຂຸນ​ພົນ​ ກຳມະການ​ພັກ​ແຂວງ ​ເລຂາ​ພັກ​ເມືອງ​ເຈົ້າ​ເມືອງ ວຽງຄໍາ ກໍ່ໄດ້ໂອ້ລົມຕໍ່ພິທີ ຊຶ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ ຄະນະ​ຮັບຜິດຊອບ, ຄູ- ອາຈານ ​ແລະ ນັກຝຶກ​ອົບຮົມ ທີ່​ໄດ້​ເອົາ​ໃຈ​ໃສ່​​ໃນ​ການຄົ້ນຄວ້າ ​​ປະກອບສ່ວນ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບຮົມ​ຈົນ​ສຳ​ເລັດ ​ແລະ ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ນັກຝຶກອົບ​ຮົມ ຈົ່ງ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ ທີ່​ໄດ້​ຮຽນມານີ້​ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນການ​ແກ້​ໄຂ​ບັນ​ທີ່​ເກິ​ດຂື້ນ​ຢູ່​ໃນ​ຂັ້ນ​ບ້ານ​ໃຫ້​ມີ​ປະສິດທິ​ຜົນ.