ພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງ

    

     ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ ແລະ ລັດ ເຮົາເຂົ້າສູ່ລວງເລິກຕາມທິດທາງ, ເປົ້າໝາຍ ແລະ ມາດຕະການທີ່ກຳນົດໄວ້ໃນມະຕິ ສະບັບເລກທີ 25/ກມສພ ແລະ ຄຳສັ່ງ ສະບັບເລກທີ 34/ນຍ ກໍຄື ຄຳແນະນຳຂອງລັດຖະມົນຕີ ກະຊວງຍຸຕິທຳ ສະບັບເລກທີ 1123/ກຍ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ວຽກງານຍຸຕິທຳຮາກຖານ ປີ 2017.

     ພະແນກຍຸຕິທຳ ແຂວງສະຫວັນນເຂດ ໄດ້ເປີດຊຸດບຳລຸງກົດໝາຍໄລຍະສັ້ນ 45 ວັນ  ຊຸດທີ V ຂຶ້ນຢ່າງເປັນທາງການ ໃນວັນທີ 10 ກໍລະກົດ 2017  ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງໄກສອນພົມວິຫານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມຊຸດບໍາລຸງຄັ້ງນີ້ ມີຄະນະພັກ, ຄະນະພະແນກ, ຫົວໜ້າ ຫ້ອງການພາຍໃນພະແນກ, ຄູອາຈານ ພ້ອມດ້ວຍນັກສຳມະນາກອນ ຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຫ້ອງການອ້ມຂ້າງເມືອງ. ໃນຊຸດຝຶກອົບຮົມ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະ ແນກຍຸຕິທຳແຂວງ ສະຫວັນນະເຂດ ກໍໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການຫຼັກສູດກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ V ປີ 2017, ຊຶ່ງຈະໄດ້ດຳເນີນເປັນເວລາ 45 ວັນ ໂດຍບໍ່ນັບວັນພັກທາງລັດຖະ ການ, ຫຼັກສູດປະກອບມີ 28 ວິຊາຮຽນ, 21 ໜ່ວຍກິດ ເທົ່າກັບ 315 ຊົວໂມງ, ນັກວິທະຍາກອນ ປະກອບມີ 25 ທ່ານ ທີ່ໄດ້ຮັບເຊີນຈາກບັນດາພະແນກການອ້ອມຂ້າງແຂວງ, ສະຖາບັນຍຸຕິທຳພາກກາງ, ສານປະຊາຊົນ ແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ  ແລະ ນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຄັ້ງນີ້ມີ 50 ທ່ານ, ຍິງ 12 ທ່ານ ທີ່ເປັນພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ຂັ້ນເມືອງຂອງເມືອງ ໄກ ສອນ ພົມວິຫານ.

     ຕອນທ້າຍຂອງພິທີ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມຄວາມພ້ອມ ໃນການປະຕິບັດ ໂຄງການຫຼັກສູດກົດໝາຍໄລຍະສັ້ນ 45 ວັນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕໍ່ກັບຄູ-ອາຈານທີ່ມາສິດສອນ ຕ້ອງຄົ້ນຄ້ວາແຕ່ງບົດສອນໃຫ້ລະອຽດ ພ້ອມທັງຍົກເອົາເຫດການຕົວຈິງທີ່ເກີດຂຶ້ນ ໃນແຕ່ ລະຍຸກແຕ່ລະສະໄໝ ມາສົມທຽບ ທັງຍົກຕົວຢ່າງ ວິທີແກ້ໄຂໃນແຕ່ລະລะຍະ, ແຕ່ລະເຫດການມາອະທິບາຍໃຫ້ລະອຽດ. ສະລັບຜ้ູເຂົ້າຮ່ວມການຝືກອົບຮົມ ຕ້ອງເອົາໃຈໃສ່ຄົ້ນຄ້ວາບັນດາບົດຮຽນຕ່າງໆກ່ອນຂື້ນຫ້ອງຮຽນ ແລະ ເອົາໃຈໃສ່ຊັກຖາມແລກປ່ຽນບົດຮຽນນຳຄູ-ອາຈານປະຈຳແຕ່ລະວິຊາດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ. ເມື່ອຈົບຫຼັກສູດແລ້ວ ຕ້ອງມີການປະເມີນຄືນ ແລະ ຂຽນບົດເກັບກ່ຽວຂອງຕົນເອງຕໍ່ຄວາມເຂົ້າໃນ ແຕ່ລະວິຊາທີ່ໄດ້ຮຽນມາ ແລະ ນຳໄປເຜີຍແຜ່ຄວາມຮູ້ນີ້ໃຫ້ກວ້າງຂວາງ ແລະ ຖືກຕ້ອງ.

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ຜູ້ປະສານງານ ແຂວງສະຫວັນນະເຂດ

ປະເພດຂ່າວ: