ພິທີປິດຊຸດບຳລຸງກົດໝາຍ ລະຍະສັ້ນ 45 ຢູ່ແຂວງສະຫວັນນະເຂດ

      

     ການຈັດຕັ້ງປະຕິບັດໂຄງການບຳລຸງກົດໝາຍ ລະຍະສັ້ນ 45 ວັນ ໄດ້ດຳເນີນດ້ວຍບັນຍາກາດອັນເຄັ່ງຮ້ອນ ທີ່ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງຄະນະຈັດຕັ້ງ, ຄູ, ອາຈານ ແລະ  ນັກຝຶກອົບ ຮົມຈາກຂະແໜງການຕ່າງໆອ້ອມຂ້າງ ເຮັດໃຫ້ຊຸດບຳລຸງເທື່ອນີ້ ສຳເລັດຕາມແຜນການ ແລະ ຈຸດປະສົງທີ່ກຳນົດໄວ້.

     ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີປິດຊຸດບຳລຸງກົດໝາຍ ລະຍະສັ້ນ 45 ວັນຂຶ້ນ ໃນວັນທີ 26 ກັນຍາ 2017  ໂດຍກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກກະຊວງ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າສະຖາບັນຍຸຕິທຳພາກກາງຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການພາຍ ໃນພະແນກຍຸຕິທຳ, ຄູ, ອາ ຈານ ແລະ ແຂກຖືກເຊີນ ພ້ອມດ້ວຍນັກສຳມະນາກອນທັງໝົດເຂົ້າຮ່ວມ. ໃນພິທີ ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳ ແຂວງສະຫວັນນະເຂດ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການ ຫຼັກສູດກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ V ປີ 2017 ຊຶ່ງໄດ້ເລີ່ມເປີດຮຽນແຕ່ວັນທີ 11/7/2017–19/9/2017 ຈຶ່ງສຳເລັດລົງ. ພາຍຫຼັງທີ່ ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນທີ່ສຳເລັດ ການຮຽນຊຸດນີ້ ຈຳນວນ 47 ຄົນ, ຍິງ 14 ຄົນ. ທ່ານກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ດັ່ງນີ້: 1). ໃຫ້ຄະນະຮັບຜິດຊອບຈັດຝຶກອົບຮົມສືບຕໍ່ປະຕິບັດ ແຜນການໃນປີຕໍ່ໄປ ກໍຄື ການເປີດຮຽນກົດໝາຍ ລະຍະສັ້ນ 45 ວັນ ຊຸດທີ VI ໃຫ້ໄດ້ຕາມແຜນການທີ່ວາງໄວ້; 2). ຂໍທິດຊີ້ນຳຢ່າງເປັນປະຈຳຈາກຂັ້ນເທິງ ກໍຄືສາຍຕັ້ງ ແລະ ສາຍຂວາງ ພ້ອມທັງສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາກິດຈະກຳ ເປັນຕົ້ນ ການເປີດຮຽນ-ສອນຫຼັກສູດກົດໝາຍລະບົບເລັ່ງລັດ 3 ເດືອນ ໃຫ້ບ້ານ ແລະ ກຸ່ມບ້ານເປົ້າໝາຍຂອງເມືອງທີ່ມີເງື່ອນໄຂ ແລະ ຈັດຕັ້ງປະຕິບັດບັນດາວຽກງານອື່ນໆພາຍໃນພະແນກຍຸຕິທຳ ໃຫ້ມີຄວາມວອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຍຸຕິທຳ. 3). ສຳລັບ ຜູ້ເຂົ້າຮ່ວມການຝືກອົບຮົມຕ້ອງນຳ ເອົາບົດຮຽນ, ກົດໝາຍທີ່ໄດ້ຮຽນມາ ໄປຜັນຂະຫຍາຍໃຫ້ຕໍ່ເນື່ອງ ເປັນຕົ້ນ ແມ່ນການໝູນໃຊ້ຄວາມຮູ້ເຂົ້າໃນວຽກງານທີ່ຕົນຮັບ ຜິດຊອບ ພ້ອມທັງ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຫ້ອງການ, ບ້ານ, ກຸ່ມບ້ານ ແລະ ຂະແໜງການ ຕ່າງໆໃຫ້ກວ້າງຂວາງກວ່າເກົ່າ  ຕາມເງື່ອນໄຂຕົວຈິງ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຜູ້ປະສານງານແຂວງ ສະຫວັນນະເຂດ

ປະເພດຂ່າວ: