ໜ່ວຍພັກພະແນກຍຸຕິທຳແຂວງ ຫົວພັນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ 04

ໃນວັນທີ 22 ສິງຫາ 2019 ທີ່ຜ່ານມາ, ຢູ່ທີ່ ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໜ່ວຍພັກພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 04 ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກພະແນກຍຸຕິທຳແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳສອນ ເທບວົງຊໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ, ຫົວໜ້າພະແນກກວດກາລັດແຂວງ ຫົວພັນ, ມີບັນດາສະຫາຍໃນຄະນະໜ່ວຍພັກ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສົມພອນ ອິນຄະວິໄລ ເລຂາໜ່ວຍພັກ ກໍໄດ້ຂຶ້ນຜ່ານບົດລາຍງານການເມືອງ ເປັນຕົ້ນການຕີລາຄາ ການຊີ້ນຳ - ນໍາພາວຽກງານຂອງຄະນະພັກໃນໄລຍະ 5 ປີ ຜ່ານມາ, ໃນບົດລາຍງານໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ. ພ້ອມທັງໄດ້ກຳນົດທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ, ໜ່ວຍພັກພະແນກຍຸຕິທຳເປັນໜ່ວຍພັກເອກະລາດ ຂຶ້ນກັບການຊີ້ນຳຂອງຄະນະປະຈຳພັກແຂວງ, ພາຍໃນໜ່ວຍພັກ ມີສະມາຊິກພັກທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ ໄລຍະຜ່ານມາຄະນະພັກໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນໍາ - ນໍາພາ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນໜ່ວຍພັກຂອງຕົນໃຫ້ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ຜ່ານການປ່ອນບັດຄັດເລືອກກອງປະຊຸມໄດ້ເປັນເອກະພາບກັນ ຮັບຮອງເອົາ ສະຫາຍ ສົມພອນ ອິນຄະວິໄລ ເປັນເລຂາໜ່ວຍພັກຊຸດໃໝ່, ສະຫາຍ ວຽງທອງ ແພງມະນີ ເປັນ ຮອງເລຂາ, ທັງເປັນປະທານກວດກາຂອງໜ່ວຍພັກ ແລະ ສະຫາຍ ພວງແກ້ວ ລັດຖະມີໄຊ ເປັນຄະນະໜ່ວຍພັກ ເພື່ອສືບຕໍ່ເຄື່ອນໄຫວຊີ້ນໍາ - ນໍາພາວຽກງານຂອງໜ່ວຍພັກໃຫ້ນັບມື້ນັບມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີການພັດທະນາດີຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບໂດຍ: ພວງເພັດ ເພັດຍາວົງ