ສະຖາບັນຍຸຕິທຳແຫ່ງຊາດເຄື່ອນໄຫວລົງຕິດຕາມນັກສຶກສາລົງຝຶກງານຢູ່ ແຂວງ ຫົວພັນ

ໃນວັນທີ 29 ມີນາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາແຫ່ງຊາດໄດ້ຈັດກອງປະຊຸມລົງຕິດຕາມ ນັກສຶກສາລົງຝຶກງານຢູ່ແຂວງ ຫົວພັນ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຄະນະພັກກະຊວງຍຸຕິທຳ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳ ແຂວງຫົວພັນ, ມີຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ຫ້ອງການຍຸຕິທຳເມືອງ ຊຳເໜືອ ແລະ ນັກສຶກສາລົງຝຶກງານເຂົ້າຮ່ວມນຳ.

ໃນກອງປະຊຸມດັ່ງກ່າວຕາງໜ້ານັກສຶກສາທີ່ລົງຝຶກງານກໍໄດ້ລາຍງານສະພາບຂອງການລົງຝຶກງານ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງການລົງຝຶກງານ. ນັກສຶກສາລົງຝຶກງານທັງໝົດມີ 69 ຄົນ, ຍິງ 14 ຄົນ, ມາຈາກສະຖາບັນຍຸຕິທຳແຫ່ງຊາດ 58 ຄົນ, ຍິງ 14 ຄົນ, ສະຖາບັນຍຸຕິທຳພາກເໜືອ 11 ຄົນ. ໃນນີ້ໄດ້ລົງຝຶກງານຢູ່ສານປະຊາຊົນແຂວງ 4 ຄົນ, ອົງການໄອຍະການປະຊາຊົນແຂວງ 5 ຄົນ, ຫ້ອງວ່າການແຂວງ 1 ຄົນ, ພະແນກແຜນການ ແລະ ການລົງທຶນແຂວງ 1 ຄົນ ແລະ ຢູ່ບັນດາຫ້ອງການຍຸຕິທຳເມືອງທົ່ວແຂວງ 58 ຄົນ. ທັງນີ້ກໍ່ເພື່ອເຮັດໃຫ້ນັກສຶກສາໄດ້ລົງເຮັດວຽກຕົວຈິງຢູ່ບັນດາຂະແໜງການຕ່າງໆ ທີ່ກ່ຽວຂ້ອງເພື່ອຈະໄດ້ແລກປ່ຽນບົດຮຽນຄວາມຮູ້ທາງດ້ານທິດສະດີກັບວຽກຕົວຈິງ ພ້ອມກັນນັ້ນກໍໄດ້ເກັບກຳເອົາບັນດາຂໍ້ມູນ ເພື່ອນໍາໄປປະກອບໃສ່ການຂຽນບົດຈົບຊັ້ນຂອງຕົນເອງໃຫ້ມີປະສິດທິພາບສູງຂື້ນ. ໃນກອງປະຊຸມຜູ້ເຂົ້້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນບົດຮຽນນຳກັນ ເພື່ອເຮັດໃຫ້ການລົງຝຶກງານຂອງນັກສຶກສາໃນແຕ່ລະປີໃຫ້ມັນໄດ້ຮັບຜົນດີຍິ່ງຂື້ນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຄະນະພັກກະຊວງຍຸຕິທຳ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດກໍ່ໄດ້ໃຫ້ກຽດໂອລົ້ມຕໍ່ກັບນັກສຶກສາຝຶກງານ ທີ່ໄດ້ມີຄວາມອົດທົນ ແລະ ຕັ້ງໃຈໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນການລົງເຄື່ອນໄຫວປະຕິບັດຕົວຈິງຢູ່ບັນດາຂະແໜງການຕ່າງໆຕາມການຈັດແບ່ງຂອງພະແນກຍຸຕິທຳ ຊຶ່ງເປັນຂໍ້ມູນພື້ນຖານໃຫ້ແກ່ເຂົ້າເຈົ້າໃນການຂຽນບົດຈົບຊັ້ນ ແລະ ປ້ອງກັນບົດຈົບຊັ້ນໃນຕໍ່ໜ້າ.

ຂຽນຂ່າວ-ຖ່າຍພາບ: ພວງເພັດ