ພະແນກຍຸຕິທຳແຂວງຫົວພັນສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2018 ແລະ ກຳນົດທິດທາງແຜນການ ປະຈໍາປີ 2019

ໃນວັນທີ 20 ກຸມພາ 2019 ພະແນກຍຸຕິທໍາແຂວງຫົວພັນສໍາເລັດກອງປະຊຸມສະຫຼຸບວຽກງານຍຸຕິທໍາທົ່ວແຂວງ ປະຈໍາປີ 2018 ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງທານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທໍາແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫົວພັນ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີເປັນຕົ້ນສະພາປະຊາຊົນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ປກສ ແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ,ຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທໍາ10 ເມືອງທົ່ວແຂວງຫົວພັນ ແລະ ພ້ອມດ້ວຍພະນັກງານ-ລັດຖະກອນຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິແຂວງກໍໄດ້ຂຶ້ນຜ່ານບົດສະຫຼຸບປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ແລະ ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ທົ່ວແຂວງຫົວພັນ ມີພະນັກງານຍຸຕິທໍາທັງໝົດ 113 ທ່ານ, ຍິງ 33 ທ່ານ ຕະຫຼອດໄລຍະໜຶ່ງປີຜ່ານມາ ຄະນະພັກ, ຄະນະນຳພະແນກຍຸຕິທໍາ ແລະ ຄະນະນຳຫ້ອງການຍຸຕິທໍາເມືອງ 10 ເມືອງກໍ່ໄດ້ເອົາໃຈໃສ່ໃນການຊີ້ນໍາ-ນໍາພາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນແມ່ນ: 5 ວຽກງານຍຸຕິທໍາຮາກຖານທີ່ເປັນຈຸດສຸມຊຶ່ງສາມາດຈັດຕັ້ງປະຕິບັດໄດ້ຮັບຜົນງານຢ່າງຈົບງາມໃຫ້ຂະແໜງຍຸຕິທໍາມີຄວາມເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ, ຫັນເອົາວຽກງານກົດໝາຍລົງສູ່ກຸ່ມບ້ານ, ຮາກຖານບ້ານ ເຮັດໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດໄດ້ຮັບຮູ້ທາງດ້ານກົດໝາຍຫຼາຍຂຶ້ນ, ການສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ຮັບການຈັດຕັ້ງປະຕິບັດນັບມື້ເປັນຂະບວນການກ້ວາງຂວາງ. ໃນກອງປະຊຸມຜູ້ແທນຕາງໜ້າຈາກພະແນກ, ອົງການພາຄີ ແລະ ການນໍາເມືອງຢູ່ໃນແຕ່ລະເມືອງກໍໄດ້ພັດປ່ຽນກັນມີຄໍາເຫັນຕໍ່ກອງປະຊຸມກ່ຽວກັບວຽກງານຮອບດ້ານຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໄດ້ຮັບຜົນດີຂຶ້ນ.

ໃນຕອນທ້າຍຂອງກອງປະຊຸມທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງກໍໄດ້ໃຫ້ກຽດໂອ້ລົມ ແລະ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພະແນກຍຸຕິທຳແຂວງຫົວພັນຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ຊຶ່ງໄດ້ຕີລາຄາສູງກ່ຽວກັບວຽກງານຍຸຕິທໍາ ໃນຖານະທີ່ເປັນເສນາທິການທາງດ້ານກົດໝາຍໃຫ້ແກ່ອົງການປົກຄອງແຂວງຢູ່ໃນວຽກງານການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍເປັນຢ່າງດີ. ທ່ານ ຍັງໄດ້ເນັ້ນເຖິງບາງຈຸດທີ່ມີຄວາມສໍາຄັນ ເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດກ່ຽວກັບວຽງານກົດໝາຍ ແລະ ຍຸຕິທໍາປະຈໍາປີ 2019 ເປັນຕົ້ນ: ຕ້ອງເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງໄປໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ເອົາໃຈໃສ່ໃນວຽກງານປະຕິບັດຄໍາຕັດສີນຂອງສານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມລະດັບຄາດໝາຍ ພ້ອມທັງຕິດຕາມກວດກາກໍ່ສ້າງໜ່ວຍງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. 

ຂຽນຂ່າວ-ຖ່າຍພາບ: ພວງເພັດ ເພັດຍາວົງ