ສອງພະແນກຍຸຕິທຳແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ ແລກປ່ຽນບົດຮຽນວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ໃນວັນທີ 16-17 ມັງກອນ 2020 ທີ່ຜ່ານມາ, ພະແນກຍຸຕິທຳແຂວງ ຫົວພັນ ແລະ ພະແນກຍຸຕິທຳແຂວງ ຊຽງຂວາງໄດ້ຈັດກອງປະຊຸມແລກປ່ຽນບົດ ແລະ ທັດສະນະສຶກສາກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຂຶ້ນຢູທີ່ ສະໂມສອນບ້ານກາງ ເມືອງ ຊຳເໜືອ ແຂວງ ຫົວພັນ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ ແລະ ທ່ານ ທອງດີ ພົນອາສາ ຮອງຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ, ມີບັນດາທ່ານຄະນະຮັບຜິດຊອບໂຄງການ MCC ທັງສອງແຂວງ, ຜູ້ຕາງໜ້າຈາກ 3 ເມືອງ ແລະ 6 ບ້ານເປົ້າໝາຍຂອງແຂວງ ຊຽງຂວາງ, ຜູ້ຕາງໜ້າຈາກບ້ານ ສະເຫຼີ້ຍ ແລະ ບ້ານ ກາງເຂົ້້າຮ່ວມ.

ໃນກອງປະຊຸມທັງສອງແຂວງກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງໂຄງການ ສ້າງຄວາມເຂັ້ມແຂງໃຫ້ກັບວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຢູ່ບັນດາບ້ານເປົ້າໝາຍຂອງຕົນໃຫ້ກັນຊາບ. ຊຶ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າຮ່ວມກັນ. ຕະຫຼອດໄລຍະ 3 ປີຜ່ານມາທັງສອງແຂວງໄດ້ສຸມໃສ່ໃນການສ້າງຄວາເຂັ້ມແຂງໃຫ້ກັບຜູ້ຮັບຜິດຊອບແກ້ໄຂຂໍ້ຂັດແຍ່ງຢູ່ບັນດາເມືອງ ແລະ ບ້ານເປົ້າໝາຍ. ແຂວງ ຫົວພັນປະກອບມີ 3 ເມືອງ ແລະ 6 ບ້ານຄື: ເມືອງ ຊຳເໜືອ ມີ ບ້ານ ກາງ, ບ້ານສະເຫຼີ້ຍ; ເມືອງ ຫົວເມືອງ ມີີ ບ້ານ ປ່າຄາໃຕ້, ບ້ານ ສົ້ນຂົວ; ເມືອງ ຊຳໃຕ້ ມີ ບ້ານ ພຽງໃໝ່ ແລະ ບ້ານ ບ້ານເຕົ້າ, ແຂວງ ຊຽງຂວາງປະກອບ ມີ 3 ເມືອງ ແລະ 6 ບ້ານຄື: ເມືອງຄຳ ມີ ບ້ານ ນ້ຳລ້ຽງ, ບ້ານ ພຽງດ້າງ; ເມືອງຄູນ ມີ ບ້ານ ນ້ຳພານ, ບ້ານ ພູວຽງ; ເມືອງ ພູກູດມີ ບ້ານ ລ້ອງຮາງ ແລະ ບ້ານ ລ້ອງຄາວ ໄດ້ຮັບຮູ້ເຖິງຄວາມໝາຍ ແລະ ຄວາມສຳຄັນ, ສິດ ແລະ ໜ້າທີ່, ເຕັກນິກ, ວິທີການໄກ່ເກັ່ຍ, ຈັນຍາບັນຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຫຼັກການ ແລະ ຂັ້ນຕອນຂອງການໄກ່ເກ່ຍຂໍ້ຂັດແຍ່ງຢູ່ຂັ້ນບ້ານ, ຮູ້ຈັກຈຳແນກໄດ້ບັນດາຂໍ້ຂັດແຍ່ງປະເພດຕ່າງໆທີ່ສາມາດນຳມາໄກ່ເກ່ຍຢູ່ຂັ້ນບ້ານເປັນຕົ້ນແມ່ນ: ຂໍ້ຂັດແຍ່ງກ່ຽວກັບສາຍພົວພັນທາງແພ່ງ, ການຄ້າ, ຄອບຄົວ ແລະ ສິ່ງແວດລ້ອມ ລວມທັງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ທາງດ້ານຈິດໃຈ, ຊັບສິນ ແລະ ເສດຖະກິດ, ການກະທຳຜິດທາງອາຍາທີ່ມີລັກສະນະເລັກນ້ອຍ, ເບົາບາງ ແລະ ການກະທຳຜິດຂອງເດັກ. ແນ່ໃສ່ເຮັດໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງສາມາດໄກ່ເກ່ຍ, ສຶກສາອົບຮົມຄູ່ກໍລະນີໃຫ້ມີຄວາມເຂົ້າໃຈ ແລະ ສາມາດຕົກລົງກັນແກ້ໄຂຂໍ້ຂັດແຍ່ງຮ່ວມກັນ ໂດຍສັນຕິວິທີ, ດ້ວຍການປະນິປະນອມກັນ ແລະ ແບບມີຄວາມສະໝັກໃຈ.

ໃນຕອນທ້າຍ ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳ ແຂວງ ຫົວພັນ ກໍໄດ້ໃຫ້ກຽດໂອລົມຕໍ່ກັບຄະນະແກ້ໄຂຂໍ້ຂັດຂັ້ນບ້ານທັງສອງແຂວງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຈັດຕັ້ງປະຕິບັດຜ່ານມາ ແລະ ຈົ່ງພ້ອມກັນນຳເອົາເນື້ຶອໃນຈິດໃຈທີ່ແລກປ່ຽນນຳກັນໄປຈັດຕັ້ງຜັນຂະຫຍາຍຢູ່ ບ້ານຂອງຕົນໃຫ້ມັນໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ເຮັດແນວໃດໃຫ້ວຽກງານການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານສາມາດແກ້ໄຂໄກ່ເກ່ຍໄດ້ທາງດ້ານປະລິມານ ແລະ ຄຸນນະພາບດີຂຶ້ນເລື້ອຍໆ.

ຂຽນຂ່າວ-ຖ່າຍພາບໂດຍ:ພະແນກຍຸຕິທຳແຂວງ ຫົວພັນ