ແຂວງ ຫຼວງນໍ້າທາ ຈັດພິທີໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍໃຫ້ແກ່ພະນັກງານນຳພາຫຼັກແຫຼ່ງ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ຕຸລາ 2018 ຢູ່ທີ່ຫໍວັດທະນາທໍາແຂວງ ຫຼວງນໍ້າທາ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຟອງ ອິນມານີ ກໍາມະການພັກແຂວງ ປະທານສານປະຊາຊົນແຂວງ ຜູ້ຊີ້ນໍາຄະນະໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ, ແລະ ກ່າວເປີດພິທີໂດຍ ທ່ານຄໍາໜັ້ນ ວັນຄໍາ ຫົວໜ້າພະແນກຍຸຕິທໍາແຂວງ ຄະນະຊີ້ນໍາໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ, ມີບັນດາຫົວໜ້າພະແນກ, ອົງການທຽບເທົ່າ, ກອງບັນຊາການ ປກສ, ຄະນະເລຂາທິການສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ບັນດາທະນາຄານ, ລັດວິສາຫະກິດ,ໂຮງຮຽນ, ໂຮງໝໍ ອ້ອມຂ້າງແຂວງ ເຂົ້າຮ່ວມຈຳນວນ 264, ຍິງ 75 ຄົນ.

ຈຸດປະສົງຂອງການລົງໂຄສະນາເຜີຍແຜ່ກົດໝາຍຄັ້ງນີ້ ເພື່ອເປັນການຍົກສູງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກງານນໍາພາຫຼັກແຫຼ່ງຂອງແຂວງ ໄດ້ຮັບຮູ້. ໂດຍສະເພາະແມ່ນ (ຂັ້ນຕອນການດໍາເນີນຄະດີຕາມຂະບວນການຍຸຕິທໍາ) ໃນພິທີ ທ່ານ ພັທ ອິນສົມ ທໍາລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ກໍໄດ້ຂຶ້ນຜ່ານເອກະສານ ຂັ້ນຕອນການດໍາເນີນຄະດີ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງ ອົງການສືບສວນ-ສອບສວນ, ນອກນັ້ນ ທ່ານ ນາງ ວອນແສງ ບົວດອກທອງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ກໍໄດ້ຂຶ້ນຜ່ານເອກະສານ ຂັ້ນຕອນການດໍາເນີນຄະດີ ຢູ່ໃນຂັ້ນອົງການໄອຍະການປະຊາຊົນ ແລະ ທ່ານ ສົມພັນ ແພງສະຫວັດ ຫົວໜ້າຫ້ອງການສານປະຊາຊົນແຂວງ ປະທານຄະນະສານແພ່ງ ກໍໄດ້ຂຶ້ນຜ່ານເອກະສານ ຂັ້ນຕອນການດໍາເນີນຄະດີຂອງສານປະຊາຊົນ. ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຂັ້ນຕອນການດໍາເນີນຄະດີຕາມຂະບວນການຍຸຕິທໍາ.

ໃນຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ຄໍາຟອງ ອິນມານີ ກໍາມະການປະຈໍາພັກແຂວງ ປະທານສານປະຊາຊົນແຂວງ ຜູ້ຊີ້ນໍາຄະນະໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍຂັ້ນແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການເຜີຍແຜ່ກົດໝາຍວ່າ: ພວກເຮົາຢາກຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕາມເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ຄັ້ງທີ IX ແລະ X ຂອງພັກ, ພວກເຮົາຕ້ອງໄດ້ເອົາໃຈໃສ່ເຮັດໃຫ້ກົດໝາຍລົງສູ່ພາກສ່ວນຊີວິດຂອງສັງຄົມ, ການທີ່ຈະເຮັດໃຫ້ກົດໝາຍລົງສູ່ຊີວິດສັງຄົມໄດ້ນັ້ນ ເຮົາຕ້ອງເອົາໃຈໃສ່ໂຄສະນາເຜີຍແຜ່ປຸກລະດົມໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຊື່ອມຊຶມຕໍ່ກົດໝາຍ ຈຶ່ງຈະເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍປາກົດຜົນເປັນຈິງຕາມແນວທາງນະໂຍບາຍຂອງພັກວາງອອກ ກົງກັນຂ້າມພວກເຮົາມີກົດໝາຍຫຼາຍສະບັບ ແຕ່ບໍ່ໄດ້ນຳມາເຜີຍແຜ່ໃຫ້ຫຼາຍພາກສ່ວນກໍຄືສັງຄົມໄດ້ຮັບຮູ້ ກໍຈະເປັນພຽງແຕ່ເຈ້ຍທີ່ບໍ່ມີຄຸນຄ່າຫຍັງໝົດ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກໃຫ້ພະນັງານ, ລັດຖະກອນທຸກຂັ້ນ ຈົ່ງເປັນແບບຢ່າງໃນການຈັດຕັ້ງປະຕິບັດກົດໝາຍ ເຄົາລົບສິດ ແລະ ຜົນປະໂຫຍດຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. 

ຖ່າຍພາບ ແລະ ຂຽນຂ່າວ: ຄໍາຮຸ່ງ ກຸໂພຄໍາ