Submitted by xaiyphimphone on

ໃນຕອນເຊົ້າ ວັນທີ 12 ມັງກອນ 2021 ຜ່ານມາ ພະແນກຍຸຕິທຳແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຍຸຕິທຳຮາກຖານ ປະຈຳສົກປີ 2020 ແລະ ວາງທິດທາງແຜນການ ປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມມີ ຄະນະພະແນກ, ຫົວໜ້າຫ້ອງການຍຸຕິທຳ 5 ຕົວເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນາງ ຈັນສະໝອນ ສະເຫຼີມສັກ ຫົວໜ້າຂະແໜງສົ່ງເສີມວຽກງານຍຸຕິທຳ ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຍຸຕິທຳຮາກຖານປະຈຳສົກປີ 2020 ແລະ ທິດທາງແຜນການ ປະຈຳສົກປີ 2021. ໃນໄລຍະໜຶ່ງປີຜ່ານມາໄດ້ມີຜົນສຳເລັດໃນດ້ານຕ່າງໆເປັນຕົ້ນແມ່ນ 5 ວຽກຈຸດສຸມ ຄື: 1) ວຽກງານການສ້າງຄອບຄົວແບບຢ່າງປະຕິບັດກົດໝາຍ ທົ່ວແຂວງມີຈຳນວນຄອບຄົວທັງໝົດ 34,456 ຄອບຄົວ ມີຄອບຄົວແບບຢ່າງທີ່ສ້າງຂື້ນໃນປີ 2019 ຈຳນວນ 16,776 ຄອບຄົວ ໄດ້ປະເມີນຄືນຄອບຄົວແບບຢ່າງປະຕິບັດກົດໝາຍທີ່ໄດ້ສ້າງຂື້ນໃນປີ 2019 ມີ 11,990 ຄອບຄົວ ສາມາດຮັກສາໄວ້ໄດ້ 11,356 ຄອບຄົວ ເສຍໄປ 634 ຄອບຄົວ ແລະ ສາມາດສ້າງຄອບຄົວແບບຢ່າງປະຕິບັດກົດໝາຍຂື້ນໃໝ່ໃນປີ 2020 ຈຳນວນ 4,900 ຄອບຄົວ ລວມຄອບຄົວແບບຢ່າງປະຕິບັດກົດໝາຍທີ່ຮັກສາໄວ້ໄດ້ ແລະ ສ້າງຂື້ນໃໝ່ລວມທັງໝົດ 16,256 ຄອບຄົວ ເທົ່າກັບ 96,90 %; 2) ວຽກງານບ້ານແບບຢ່າງປະຕິບັດກົດໝາຍ ມີບ້ານທັງໝົດ 141 ບ້ານ, ມີບ້ານແບບຢ່າງປະຕິບັດກົດໝາຍທີ່ສ້າງໃນປີ 2019 ມີ 86 ບ້ານ ໄດ້ປະເມີນຄືນບ້ານແບບຢ່າງປະຕິບັດກົດໝາຍທີ່ສ້າງຂື້ນໃນປີ 2019 ໄດ້ 57 ບ້ານ ສາມາດຮັກສາໄວ້ໄດ້ 52 ບ້ານ ເສຍໄປ 5 ບ້ານ ສ້າງຂື້ນໃໝ່ໃນປີ 2020 ມີ 6 ບ້ານ ລວມບ້ານແບບຢ່າງປະຕິບັດກົດໝາຍທີ່ຮັກສາໄວ້ໄດ້ ແລະ ສ້າງຂື້ນໃມ່ໃນປີ 2020 ທັງໝົດມີ 58 ບ້ານ ເທົ່າກັບ 67,44 %, ໃນນັ້ນ ໄດ້ປະກາດບ້ານແບບຢ່າງປະຕິບັດກົດໝາຍ 18 ບ້ານ ຍັງບໍ່ໄດ້ປະກາດ 40 ບ້ານ; 3) ວຽກງານຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃນທົ່ວແຂວງ ມີຄະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານທັງໝົດ 705 ຄົນ, ຍິງ 130 ຄົນ, ໄດ້ປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານແລ້ວ 19 ບ້ານ, ໄດ້ຮັບການຝືກອົບຮົມແລ້ວ 170 ຄົນ, ຍັງບໍ່ທັນໄດ້ປັບປຸງມີ 122 ບ້ານ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຍັງບໍ່ໄດ້ຝືກອົບຮົມ 525 ທ່ານ; 4) ວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ທົ່ວແຂວງມີຂໍ້ຂັດແຍ່ງຂັ້ນບ້ານເກີດຂື້ນທັງໝົດ 237 ເລື່ອງ ຄະດີແພ່ງ 174 ເລື່ອງ, ຄະດີອາຍາ 63 ເລື່ອງ, ແກ້ໄຂສຳເລັດ 194 ເລື່ອງ ຄະດີແພ່ງ 142 ເລື່ອງ ຄະດີອາຍາ 52 ເລື່ອງ, ຍັງຄ້າງ 11 ເລື່ອງ, ສົ່ງພາກສ່ວນອື່ນ 32 ເລື່ອງ; 5) ວຽກງານຍຸຕິທຳເດັກ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍເດັກໃຫ້ແກ່ໝວດໂຮງຮຽນ 15 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງ 3,558 ຄົນ ຍິງ 1,872 ຄົນ, ໄດ້ຝືກອົບຮົມໃຫ້ຄະນະແກ້ໄຂການກະທຳຜິດຂອງເດັກແລ້ວ 50 ຄົນ ຍິງ 11 ຄົນ.
ໃນກອງປະຊຸມ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ກໍໄດ້ໂອລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ທ່ານກໍໄດ້ເນັ້ນ ພະນັກງານ-ລັດຖະກອນ ພະແນກຍຸຕິທໍາແຂວງ ຈົ່ງເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ເປັນແບບຢ່າງນໍາໜ້າ, ມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ວຽກງານ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ດໍາລົງຊີວິດຢ່າງປອດໃສ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີນໍ້າໃຈຮັກຊາດ, ຕ້ານການຟູມເຟືອຍ, ມີຄວາມອົດທົນ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຕົນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ທ່ານໄດ້ເນັ້ນໜັກ ແລະ ຊີ້ນຳກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນສົກປີ 2021 ທ່ານໄດ້ຮຽກຮ້ອງໃຫ້ພະນັກງານຈົ່ງເອົາໃຈໃສ່ເປັນເຈົ້າການສືກສາຄົ້ນຄວ້າ ມະຕິ, ຄຳສັ່ງທີ່ກ່ຽວຂ້ອງ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ 5 ວຽກຈຸດສຸມ ໃນປີ 2021.
ຂ່າວ: ທົງໄຊ ຈຳສິນ
ຖ່າຍພາບ: ທິດເທວາ ຄົມມາລ
ປະເພດຂ່າວ: