ການເຜີຍແຜ່ກົດໝາຍວ່າດ້ວຍ ທະບຽນຄອບຄົວ(ສະບັບປັບປຸງ)ທີ່ ແຂວງ ອັດຕະປື

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍທະບຽນຄອບຄົວ ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2019 ເວລາ 8 ໂມງ 30 ນາທີ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຫ້ອງວ່າການປົກຄອງແຂວງ ອັດຕະປື ໂດຍພາຍໃຕ້ການເປັນປະທານຂອງທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອັດຕະປື. ກອງປະຊຸມຖືກຈັດຂື້ນໂດຍການພົວພັນຮ່ວມມືກັນລະຫວ່າງ ພະແນກຍຸຕິທຳແຂວງ ອັດຕະປື ເຊິ່ງນຳໂດຍທ່ານ ຄຳຫຼ້າ ແກ້ວວັນສອນ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ແລະ ພະແນກພາຍໃນແຂວງ ນຳໂດຍທ່ານ ເພັດມີໄຊ ຄຳພັກດີ ກຳມະການພັກແຂວງ ຫົວໜ້າພະແນກພາຍໃນ ພ້ອມດ້ວຍແຂກທີ່ຖືກເຊີນມາຈາກຫຼາຍພາກສ່ວນອອ້ມຂ້າງແຂວງ ແລະ 5 ຕົວເມືອງເຂົ້າຮ່ວມຄື: ກຳມະການພັກແຂວງ, ກຳມະການພັກເມືອງ, ຄະນະປະຈຳພັກເມືອງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຂອງເມືອງ, ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງງານ.

ກອງປະຊຸມດັ່ງກ່າວ ໄດ້ເຜີຍແຜ່ບັນດາຂໍ້ມູນທາງດ້ານກົດໝາຍໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງ ເປັນຕົ້ນແມ່ນຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທະບຽນຄອບຄົວທີ່ນອນຢູ່ໃນຂະແໜງການພາຍໃນ ສະບັບເລກທີ 02/ພນ, ລົງວັນທີ 28 ມັງກອນ 2019 ພ້ອມທັງຍົກເອົາບາງເນື້ອໃນທີ່ສຳຄັນອັນຈຳເປັນຂອງກົດໝາຍວ່າດ້ວຍທະບຽນຄອບຄົວ(ສະບັບປັບປຸງ) ປີ 2018, ດຳລັດສະມາຄົມ ແລະ ມູນນິທິ, ປະເພດ ແລະ ຂັ້ນຕອນການຢັ້ງຢືນຂໍຈົດທະບຽນຄອບຄົວ, ການພົວພັນກັນລະຫວ່າງກົດໝາຍທະບຽນຄອບຄົວ ແລະ ກົດໝາຍອື່ນ ຫຼື ປະມວນກົດໝາຍແພ່ງ ສະບັບສະເໜີກອງປະຊຸມສະໄໝສາມັນ ເທື່ອທີ6 ຂອງສະພາແຫ່ງຊາດ ຊຸດທີ VIII. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນບັນດາກົດໝາຍທີ່ກ່ຽວຂ້ອງກັບການຈົດທະບຽນຄອບຄົວ ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງມີຄວາມເຂົ້າໃຈ, ຮັບຮູ້ເຖິງຜົນປະໂຫຍດທີ່ໄດ້ຮັບຈາກການຈົດທະບຽນຄອບຄົວ, ການຍົກເວັ້ນຄ່າທຳນຽມ ແລະ ຄ່າບໍລິການ ການຈົດທະບຽນການເກີດ, ຄຸນຄ່າທາງດ້ານກົດໝາຍ ແລະ ຜົນສັກສິດທາງດ້ານກົດໝາຍ ພາຍຫຼັງທີ່ໄດ້ຈົດທະບຽນຄອບຄົວແຕ່ລະປະເພດ ທີ່ນອນຢູ່ໃນຂອບເຂດຄວາມຮັບຜິດຊອບ ຂອງບັນດາຂະແໜງການທີ່ກ່ຽວຂ້ອງນັ້ນຄື: ຂະແໜງພາຍໃນ, ຂະແໜງຍຸຕິທຳ, ຂະແໜງ ປກສ ແລະ ຂະແໜງການຕ່າງປະເທດ.

ຈາກນັ້ນ, ປະທານກອງປະຊຸມ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ ວຽກງານຈົດທະບຽນຄອບຄົວກໍ່ເປັນວຽກງານທີ່ສຳຄັນ ແລະ ທັງເປັນການຈົດບັນຊີການເຄື່ອນໄຫວຕ່າງໆ ທີ່ບົ່ງບອກເຖິງສະຖານະພາບຂອງບຸກຄົນ ກໍຄື ສະຖະນະພາບທາງດ້ານກົດໝາຍ ແລະ ສະຖານະພາບຂອງຄອບຄົວເຂົ້າໃນປື້ມບັນທຶກຂໍ້ມູນທະບຽນຄອບຄົວແຕ່ລະປະເພດ ແລະ ທັງເປັນການປະກອບສ່ວນໃນການຕິດຕາມ, ກວດກາ, ການຄຸ້ມຄອງ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ. ເຖິງຢ່າງໃດກໍ່ຕາມ ເພື່ອຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຕະຫຼອດຮອດນິຕິບຸກຄົນ, ພໍ່ຄ້າຊາວຂາຍທີ່ຢູ່ພາຍໃນແຂວງເຫັນໄດ້ເຖິງຄວາມໝາຍ,​ ຄວາມສຳຄັນ, ສິດ, ພາລະບົດບາດ ແລະ ແກ່ນແທ້ຂອງວຽກງານທະບຽນຄອບຄົວທີ່ນອນຢູ່ໃນ 4 ພາກສ່ວນຮັບຜິດຊອບ ໃຫ້ມີບົດບາດສູງ ແລະ ມະຫາຊົນໃນສັງຄົມທີ່ໃຫ້ຄວາມສົນໃຈນັ້ນ ພ້ອມກັນນັ້ນທ່ານປະທານກໍໄດ້ໃຫ້ທິດຊີ້ນຳ 2 ບັນຫາຄື: 1). ໃຫ້ບັນດາພະແນກການອອ້ມຂ້າງແຂວງ ແລະ ບັນດາຫ້ອງການອອ້ມຂ້າງເມືອງຈົ່ງພ້ອມພຽງກັນນຳເອົາບັນດາເນື້ອໃນ, ໝາກຜົນຂອງກອງປະຊຸມຄັ້ງນີ້ນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເປັນຕົ້ນແມ່ນ ໃຫ້ນຳເອົາໄປຈັດຕັ້ງເປີດກອງກະຊຸມເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານທີ່ນອນຢູ່ໃນສາຍຕັ້ງຂອງຕົນ; 2). ເພີ່ມທະວີການເປັນເຈົ້າການປຸກລະດົມຊຸກຍູ້ໃຫ້ນິຕິບຸກຄົນ ແລະ ບຸກຄົນພາຍໃນສັງຄົມ ຫັນມາໃຫ້ຄວາມສຳຄັນ ແລະ ມາໃຊ້ບໍລິການ ການຈົດທະບຽນຄອບຄົວດ້ວຍທາງກົງ ແລະ ທາງອອ້ມ.

                                      ພາບ ແລະ ຂ່າວ: ໂພທະສິນ ສະເຫຼີມສັກ