ກຳມະບານຮາກຖານແຂວງອັດຕະປື ສ້າງຂະບວນອອກແຮງງານຂໍ່ານັບຮັບຕ້ອນວັນກຳມະກອນສາກົນ

ໃນຕອນເຊົ້າຂອງວັນທີ 26 ເມສາ 2019  ສະຫາພັນກໍາມະບານ ແຂວງອັດຕະປື ນໍາໂດຍ ສະຫາຍ ສຸດໃຈ ກົມມະເມືອງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ໄດ້ນໍາພາສະມາຊິກໍາມະບານ ແລະ ບັນດາໜ່ວຍກໍາມະບານຮາກຖານອ້ອມຂ້າງແຂວງ ປະກອບມີ ໜ່ວຍຮາກຖານກໍາມະບານພະແນກຍຸຕິທຳ, ພະແນກອຸດສາຫະກຳ ແລະ ການຄ້າ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການກາແດງ ແລະ ພະແນກພົວພັນການຕ່າງປະເທດ ອອກແຮງງານອະນາໄມລວມ.

 ຈຸດປະສົງ ແມ່ນ ເພື່ອເປັນການຂໍ່ານັບຮັບຕ້ອນວັນກຳມະກອນສາກົນ ຄົບຮອບ 133 ປີ (1 ພຶດສະພາ 1886 ຫາ 1 ພຶດສະພາ 2019). ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ປັດກວາດຂີ້ເຫຍື້ອ, ໃບໄມ້ ແລະ ສິ່ງເສດເຫຼືອຕ່າງໆ ຕາມແຄມທາງທັງສອງເບື້ອງ ຂອງຖະໜົນເສນາ ຊຶ່ງມີຄວາມຍາວ 1 ກິໂລແມັດ ແລະ ຄູນດິນ, ໃສ່ຝຸ່ນໜານດອກໄມ້ຢູ່ຕາມແຄມເສັ້ນທາງ ແລະ ຢູ່ກາງທາງໃນຕົວເມືອງ ສາມັກຄີໄຊ, ສະມາຊິກກໍາມະບານແຕ່ລະຄົນກໍໄດ້ເອົາໃຈໃສ່ອອກແຮງງານດ້ວຍຄວາມຫ້າວຫັນ, ແຕ່ລະໜ່ວຍໄດ້ສາມັກຄີກັນ ແລະ ໄດ້ແບ່ງຄວາມຮັບຜິດຊອບກັນອະນາໄມເປັນຈຸດ, ອຸປະກອນທີ່ນໍາໃຊ້ເຂົ້າໃນການອະນາໄມ ມີຟອຍກ້ານພ້າວ, ຊວ້ານ, ຖົງຢາງດໍາ ແລະ ອື່ນໆ ເພື່ອທໍາຄວາມສະອາດເຮັດໃຫ້ເສັ້ນທາງມີຄວາມສວຍງາມ.

 ພາບ ແລະ ບົດຂ່າວ: ໂພທະສິນ ສະເຫຼີມສັກ