Submitted by xaiyphimphone on

ໃນຕອນບ່າຍ ວັນທີ 27 ມັງກອນ 2021 ທີ່ຜ່ານມາ, ຫ້ອງການຍຸຕິທຳເມືອງ ພູວົງ ແຂວງ ອັດຕະປື ໄດ້ຈັດພິທີເປີດຊຸດຝືກຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນທີ່ບ້ານ ສົມບູນ. ໃຫ້ກຽດເປັນປະທານ ຂອງທ່ານ ຄຳຊຽງ ພິມມະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ພູວົງ ທັງເປັນຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ວັນນະສັກ ວິໄລເນືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ, ມີບັນດາຄະນະປະຈຳ, ຄະນະພັກ ຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າ ແລະ ຮອງກອງບັນຊາການ ປກຊ-ປກສ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກບ້ານ ສົມບູນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນໂຮມ ພົມມະຈັນ ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດເປີດຊຸດຝືກອົບຮົມກົດໝາຍໄລຍະສັນ 45 ວັນ ໃຫ້ແກ່ຮາກຖານບ້ານ ຮຸ່ນທີ II ປະຈຳສົກປີ 2021, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ຮາກຖານບ້ານ ຮຸ່ນທີ II ປະຈຳສົກປີ 2021, ຂໍ້ຕົກລົງ ວ່າດ້ວຍການອະນຸມັດລາຍຊື່ຜູ້ເຂົ້າຮ່ວມຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ຮາກຖານບ້ານ ຮຸ່ນທີ II ປະຈຳສົກປີ 2021 ມີ ຈຳນວນທັງໝົດ 53 ຄົນ ຍິງ 7 ຄົນ. ຈາກນັ້ນ, ທ່ານ ວັນນະສັກ ວິໄລເນືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ ໄດ້ຂື້ນຜ່ານການຈັດຕັ້ງປະຕິບັດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ; ໃນພິທີດັ່ງກ່າວ, ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ມີຄຳເຫັນບາງບັນຫາທີ່ສຳຄັນ ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ ເປັນຕົ້ນວຽກງານສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ, ວຽກງານປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ແລະ ວຽກງານຍຸຕິທຳເດັກ.
ໃນພິທີ ທ່ານ ຄຳຊຽງ ພິມມະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ພູວົງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຕໍ່ກັບບັນດາທ່ານທີ່ຖືກແຕ່ງຕັ້ງ ແລະ ຜູ້ເຂົ້າຮ່ວມທີ່ເຂົ້າຮ່ວມທຸກທ່ານ ຕ້ອງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຕາມແນວທາງຂອງພັກ-ລັດ ມອບໝາຍເຮັດໃຫ້ພັກນັກງານອ້ອມຂ້າງເມືອງ ແລະ ຮາກຖານບ້ານໃຫ້ມີຄວາມຮູ້ພື້ນຖານທາງດ້ານກົດໝາຍ ແລະ ຮູ້ເຕັກນິກໃນການແຕ່ງເອກະສານທາງລັດຖະການ.
ຂຽນຂ່າວ ແລະ ຖ່າຍພາບໂດຍ : ທົງໄຊ ຈຳສິນ