ແຂວງ ອັດຕະປື ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ

ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ແລະ ເມືອງ ຊຸດທີ VII ປີ 2019 ໄດ້ໄຂຂຶ້ນ ໃນວັນທີ 27 ສິງຫາ 2019 ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ເຂົ້າຮ່ວມມີຄະນະຮັບຜິດຊອບ, ອາຈານສອນ ແລະ ນັກຝຶກອົບຮົມທີ່ມາຈາກຄະນະພະແນກ, ອົງການທຽບເທົ່າ, ກຳລັງ ປກສ, ປກຊ ແລະ ບັນດາ 05 ຕົວເມືອງຂອງແຂວງ ອັດຕະປື.

ໃນກອງປະຊຸມ ທ່ານ ຄຳຫຼ້າ ແກ້ວວັນສອນ ຮັກສາການແທນຫົວໜ້າພະແນກຍຸຕິທຳແຂວງ ໄດ້ຂຶ້ນຜ່ານແຜນການຝຶກອົບຮົມ ການເປີດຊຸດຝຶກອົບຮົມ ໃນຄັ້ງນີ້ແມ່ນເພື່ອສືບຕໍ່ປະຕິບັດຕາມຫຼັກສູດການຝຶກອົບຮົມກົດໝາຍຂັ້ນພື້ນຖານຂອງກະຊວງຍຸຕິທຳ. ພ້ອມກັນນັ້ນ, ຍັງເປັນການປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍແຕ່ນີ້ຮອດປີ 2020, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ອັດຕະປື. ເປົ້າໝາຍຜູ້ເຂົ້າຮ່ວມຝຶກອົບຮົມແມ່ນໄດ້ເລັ່ງໃສ່ພະນັກງານນຳພາຫຼັກແຫຼ່ງຂອງບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະກອງບັນຊາການ ປກຊ-ປກສ ແຂວງ ແລະ ຄະນະກອງບັນຊາການປກຊ-ປກສ ເມືອງ ທັງໝົດມີ 46 ທ່ານ, ຍິງ 13 ທ່ານ; ສຳລັບເນື້ອໃນຂອງການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາເນື້ອໃນຈາກ 32 ກົດໝາຍ, ມີ 21 ໜ່ວຍກິດ, ມີ 315 ຊົ່ວໂມງ ໃຊ້ເວລາຮຽນທັງໝົດ 45 ວັນ 
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຜູ້ຊີ້ນຳວຽກງານຍຸຕິທຳ ກໍ່ໄດ້ໃຫ້ກຽດຊີ້ນຳ ແລະ ໂອ້ລົມຕໍ່ກອງປະຊຸມ ເພື່ອເຮັດໃຫ້ການຊີ້ນຳ, ນຳພາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມມີຄວາມສອດຄ່ອງ, ກົມກຽວເປັນໄປຕາມລັດຖະທຳມະນູນ ແລະ ກົດໝາຍ ໂດຍແນໃສ່ບັນຫາພື້ນຖານສຳຄັນໃນການສ້າງລັດແຫ່ງກົດໝາຍ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນແມ່ບົດພັດທະນາລັດແຫ່ງກົດໝາຍຮອດປີ 2020. ເຫັນວ່າ ພະນັກງານນຳພາ, ຄຸ້ມຄອງຫຼັກແຫຼ່ງຂອງອົງການຈັດຕັ້ງຕ່າງໆໃນລະບົບການເມືອງຢູ່ຂັ້ນແຂວງ ແລະ ເມືອງ ແມ່ນມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ມີຄວາມຮູ້ພື້ນຖານດ້ານກົດໝາຍ ທັງເປັນການຍົກລະດັບໃຫ້ພະນັກງານຫຼັກແຫຼ່ງໃຫ້ມີສະຕິເຄົາລົບກົດໝາຍໃຫ້ສູງຂຶ້ນ. 

ພາບ ແລະ ຂ່າວໂດຍ: ສ.ເມືອງຫຼວງ