ຮອງລັດຖະມົນຕີກະຊວງຍຸຕິທຳ ລົງເຄື່ອນໄຫວ ແລະ ຊີ້ນໍາວຽກງານຢູ່ພະແນກຍຸຕິທຳແຂວງ ອຸດົມໄຊ

ໃນຕອນບ່າຍ ຂອງວັນທີ 24 ມັງກອນ 2020 ທີ່ຜ່ານມາ ຢູ່ທີຫ້ອງປະຊຸມພະແນກຍຸຕິທຳແຂວງ ອຸດົມໄຊ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານ ແລະ ໂອ້ລົມຕໍ່ພະນັກງານ-ລັດຖະກອນ ຢູ່ພະແນກຍຸຕິທຳແຂວງ ອຸດົມໄຊ ໂດຍມີ ທ່ານ ສອນສຸວັນ ປັນຍາວົງ ຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນພາຍໃນພະແນກຍຸຕິທຳແຂວງ ອຸດົມໄຊ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.

ໃນການລົງເຄື່ອນໄຫວຊີ້ນໍາວຽກງານໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາ ພ້ອມທິດທາງແຜນການໃນໜຶ່ງປີຕໍ່ໜ້າ ຊຶ່ງລາຍງານໂດຍ ທ່ານ ຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ, ໄລຍະໜຶ່ງປີຜ່ານມາ ພະແນກຍຸຕິທໍາແຂວງ ອຸດົມໄຊ ສາມາດຍາດໄດ້ຜົນງານຫຼາຍດ້ານ ແລະ ພ້ອມດຽວກັນນັ້ນກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.
ໃນໂອກາດນີ້ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳພະແນກ, ພະນັກງານ-ລັດຖະກອນທັງໝົດຂອງພະແນກຍຸຕິທຳ ແຂວງອຸດົມໄຊ ທີ່ໄດ້ມີຄວາມອົດທົນຕັ້ງໜ້າປະຕິບັດວຽກງານດ້ວຍຄວາມຫ້າວຫັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຕ່າງໆທັງໃນຕົວ ແລະ ນອກຕົວ ແຕ່ດ້ວຍຄວາມເອົາໃຈໃສ່ ຢ່າງໃກ້ຊິດຕິດແທດຂອງຄະນະພັກ, ຄະນະນຳພະແນກ ທີ່່ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆຕະຫຼອດໄລຍະໜຶ່ງປີຜ່ານມາ ຈຶ່ງເຮັດໃຫ້ພະແນກຍຸຕິທໍາແຂວງ ອຸດົມໄຊ ສາມາດຍາດໄດ້ຜົນສຳເລັດເປັນຢ່າງດີ. ພ້ອມດຽວກັນນີ້ ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ສະເໜີໃຫ້ຮູ້ກ່ຽວກັບສະພາບການຕ່າງໆທີ່ພົ້ນເດັ່ນ ຊຶ່ງພົວພັນກັບຂະແໜງຍຸຕິທຳ ແລະ ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ຂອງກະຊວງຍຸຕິທຳ ໃນໜື່ງປີຜ່ານມາ.
ຈາກນັ້ນ; ທ່ານ ຮອງລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ມີເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະພະແນກ ແລະ ພະນັກງານ-ລັດຖະກອນຂອງພະແນກຍຸຕິທຳແຂວງ ອຸດົມໄຊ ໃນຕໍ່ໜ້າຕ້ອງສຸມໃສ່ຈັດຕັ້ງປະຕິບັດວຽກງານບາງດ້ານ ດັ່ງນີ້:
1. ຕັ້ງໜ້າປັບປຸງພາຍໃນພະແນກຍຸຕິທຳ ກໍຄືຂະແໜງຍຸຕິທຳແຂວງ ອຸດົມໄຊ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານແນວຄິດ, ການຈັດຕັ້ງ, ແບບແຜນວິທີເຮັດວຽກ, ຍົກສູງຄວາມຮູ້, ຄວາມສາມາດໃຫ້ແກ່ຕົນເອງຢ່າງຮອບດ້ານ ແລະ ພ້ອມກັນນັ້ນ ກໍຕ້ອງເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ພາຍໃນ;
2. ສຸມໃສ່ນຳພາພະນັກງານ-ລັດຖະກອນ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້;
3. ຍາດແຍ່ງການຊີ້ນຳຈາກຂັ້ນເທິງ ສາຍຕັ້ງ, ສາຍຂວາງ ພົວພັນປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ, ຍາດແຍ່ງການສະໜັບສະໜູນຈາກປະຊາຊົນ, ຈາກຫົວໜ່ວຍທຸລະກິດຕ່າງໆໃຫ້ດີ ເພື່ອນຳມາປັບປຸງ ແລະ ຍົກສູງຄຸນນະພາບວຽກງານໃນຂະແໜງການຂອງຕົນ.

ຂຽນຂ່າວ-ຖ່າຍພາບ: ນາງ ພູຄຳ ຫັດສະດີ