ພະແນກຍຸຕິທຳແຂວງເຊກອງປັບປຸງ ແລະ ປະກາດການຈັດຕັ້ງ

ໃນຕອນບ່າຍຂອງວັນທີ 2 ຕຸລາ 2019 ເວລາ 14ໂມງ ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊົນແຂວງ, ຜູ້ຊີ້ນໍາວຽກງານປົກປ້ອງກົດໝາຍ ຜູ້ເຂົ້າຮ່ວມມີຕາງໜ້າຈາກອົງການກວດກາພັກ-ລັດ, ຈັດຕັ້ງ, ພະແນກພາຍໃນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ ທັງໝົດ 30 ທ່ານ, ຍິງ 11 ທ່ານ.

ໃນພິທີ ທ່ານ ນາງ ກອງມະນີ ໄຊຍະສານ ຫົວໜ້າຂະແໜງຄຸ້ມຄອງ-ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ສະບັບເລກທີ 457/ຈຂ, 458/ຈຂ, 459/ຈຂ, 460/ຈຂ, 461/ຈຂ, ລົງວັນທີ 25 ກັນຍາ 2019 ວ່າດ້ວຍການແຕ່ງ ຕັ້ງຫົວໜ້າຂະແໜງຄືນໃໝ່ ແລະ ບັນດາຮອງຫົວໜ້າຂະແໜງ ສັງກັດຢູ່ພະແນກຍຸຕິທຳຊຶ່ງມີລາຍຊື່ດັ່ງນີ້: ແຕ່ງຕັ້ງ ທ່ານ ວົງຄຳ ພອນວັນຍາດ ເປັນຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ, ແຕ່ງຕັ້ງທ່ານ ສອນວິໄລ ສີປະເສີດ ເປັນຮອງຫົວໜ້າຂະແໜງ ຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ແຕ່ງຕັ້ງທ່ານ ສັກດາ ມະໄລສີ ເປັນຮອງຫົວໜ້າຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ແຕ່ງຕັ້ງ ທ່ານ ວຽງໄຊ ສີຫາວົງ ເປັນຮອງຫົວໜ້າທະບຽນສານ, ແຕ່ງຕັ້ງ ທ່ານ ນ. ວິໄລ ເກດຈັນ ເປັນຮອງຂະແໜງສົ່ງເສີມ ວຽກງານຍຸຕິທຳ.
ໃນຕອນທ້າຍຂອງພິທີ ທ່ານ ປະທານກອງປະຊຸມ ກໍຄຳໂອ້ລົມ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເພື່ອເຮັດໃຫ້ວຽກມີຄຸນະພາບແມ່ນໃຫ້ມີການແບ່ງງານ ຂອງຄະນະພະແນກໃນການຊີ້ນນຳ-ນຳພາ, ຕ້ອງແບ່ງວຽກງານເປັນອັນລະອຽດເພື່ອໃຫ້ມີປະສິດທິພາບສູງຂຶ້ນ. ຕິດຕາມ ກວດກາ, ເປັນແບບຢ່າງການຊີ້ນຳ-ນຳພາ, ເຮັດວຽກມີຄວາມເອກະພາບ, ເຕົ້າໂຮມຄວາມສາມັກຄີ, ຕ້ອງຮັກສາລະບອບລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ມີການສ່ອງແສງ, ລາຍງານ ຂໍຄຳເຫັນຈາກຂັ້ນເທິງ.

ພາບ-ຂ່າວໂດຍ: ມະນີດາ ເລຫວຽດມ່ວງ.