ໃນວັນທີ 28 ພະຈິກ 2019 ຄະນະພະແນກຍຸພ້ອມດ້ວຍພະນັກງານວິຊາການຂະແໜງກວດກາພະແນກຍຸຕິທໍາແຂວງເຊກອງ, ລົງເຄື່ອນໄຫວວຽກງານກວດກາຮອບດ້ານ ແລະ ຊຸກຍູ້ການຂຽນຕຳແໜ່ງງານ ຢູ່ຫ້ອງການຍຸຕິທໍາເມືອງລະມາມ, ແຂວງເຊກອງ, ນຳໂດຍ ທ່ານ ຄຳບາງ ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທຳແຂວງ, ທ່

ໃນວັນທີ 28 ພະຈິກ 2019 ຄະນະພະແນກຍຸພ້ອມດ້ວຍພະນັກງານວິຊາການຂະແໜງກວດກາພະແນກຍຸຕິທໍາແຂວງເຊກອງ, ລົງເຄື່ອນໄຫວວຽກງານກວດກາຮອບດ້ານ ແລະ ຊຸກຍູ້ການຂຽນຕຳແໜ່ງງານ ຢູ່ຫ້ອງການຍຸຕິທໍາເມືອງລະມາມ, ແຂວງເຊກອງ, ນຳໂດຍ ທ່ານ ຄຳບາງ ພະສະແຫວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ໂດ້ຍ ມີໄຊ ໜອງທະໜອມ ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາ ພະແນກຍຸຕິທຳແຂວງ ພ້ອມດ້ວຍພະນັກງານວິຊາການ, ພະນັກງານພາຍໃນຫ້ອງການຍຸຕິທໍາເມືອງລະມາມ ຕາງໜ້າຫ້ອງການພາຍໃນເມືອງ ມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 7 ທ່ານ.

ທ່ານ ຄຳບາງ ພະສະແຫວງ ໄດ້ກ່າວຈຸດປະສົງ ໃນການລົງເຄື່ອນໄຫວວຽກງານຄັ້ງນີ້ ທ່ານ ໄດ້ຍົກໃຫ້ເຫັນ 2 ໜ້າວຽກຄື: ວຽກງານການເມືອງ-ແນວຄິດພາຍໃນຫ້ອງການ ແລະ ວຽກງານວິຊາສະເພາະ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ພ້ອມນັ້ນກໍໄດ້ອະທິບາຍຊີ້ແຈງກ່ຽວກັບການຂຽນຕໍາແໜ່ງງານຂອງຫ້ອງການຍຸຕິທໍາເມືອງແຕ່ລະຕຳແໜ່ງໃຫ້ລະອຽດຈະແຈ້ງ.
ຈາກນັ້ນ, ທ່ານ ແບສະວົງ ເຮືອງບາຊາຍ ຫົວໜ້າຫ້ອງການຍຸຕິທໍາເມືອງລະມາມ ກໍໄດ້ຜ່ານບົດສະຫຼຸບປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ຊຶ່ງໄດ້ຍົກໃຫ້ເຫັນວຽກງານບາງດ້ານມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍຢູ່ບ້ານ ຈໍານວນ 33 ບ້ານ, ໂຮງຮຽນ 11 ແຫ່ງ, ກອງພັນ 103 ໂຮງຮຽນທ້ອງຖິ່ນທະຫານແກ້ງຫຼວງ ມີຜູ້ເຂົ້າຮ່ວມທັງໝົດ 8,316 ຄົນ, ຍິງ 1,850 ຄົນ, ວຽກງານທະບຽນສານສາມາດຢັ້ງຢືນເອກກະສານ ແລະ ສັນຍາປະເພດຕ່າງໆ ໄດ້ 22 ຊຸດມີ, 66 ສະບັບ, 383 ໜ້າ, ຜ່ານການກວດກາວຽກງານ ເຫັນວ່າດ້ານດີ ປະຕິບັດໄດ້ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຂັ້ມງວດ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຍັງປະຕິບັດບໍ່ໄດ້ ແມ່ນວຽກງານປະຕິບັດຄໍາຕັດສີນຂອງສານ, ວຽກງານໂຄສະນາກົດໝາຍອອກລາຍການວິທະຍຸໂທລະໂຄ່ງ ແລະ ວຽກງານການຖ່າຍພາບ-ຂຽນຂ່າວ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ.
ຕອນທ້າຍຂອງພິທີ ທ່ານ ຫົວໜ້າພະແນກຍຸຕິທໍາ ກໍໄດ້ມີຄໍາເຫັນໂອ້ລົມພ້ອມທັງໄດ້ມີຄໍາເຫັນເນັ້ນໜັກ ໃຫ້ຫ້ອງການຍຸຕິທໍາເມືອງລະມາມ ສືບຕໍ່ຈັດຕັ້ງປະຕິບັດໜ້າວຽກຂອງຕົນຢ່າງຕັ້ງໜ້າ ແລະ ເພີ່ມທະວີຄວາມເອົາໃຈໃສ່ ເສຍສະຫຼະເຮື່ອແຮງ ພ້ອມທັງສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນກ້າວໆ.

ຖ່າຍພາບ:ຂຽນໂດຍ: ພູພຽງໃຈ ພິມມະວົງສາ