ເມືອງລ້ອງຊານ ແຂວງ ໄຊສົມບູນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ໃນຕອນເຊົ້າ ຂອງວັນທີ 13 ພຶດສະພາ 2019 ນີ້, ເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ຈັດພິທີ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນ ຢູ່ທີ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ບຸນກອງ ຊົງປ່າຢິ້ງ ເຈົ້າເມືອງລ້ອງຊານ ແລະ ທ່ານ ອຸດອນ ສິງດາລາ, ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 5 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ເຊັ່ງຊົ່ງ ຕົ່ງນາມມະວົງ, ຮັກສາການຫົວໜ້າຫ້ອງການຍຸຕິທຳເມືອງ ລ້ອງຊານ ໄດ້ຜ່ານຂໍ້ຕົກສະບັບເລກທີ 884/ຈມ.ລຊ, ລົງວັນທີ 18 ມີນາ 2019 ວ່າດ້ວຍການອະນຸມັດໃຫ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ພ້ອມນີ້ ທ່ານຍັງໄດ້ຜ່ານແຜນຂອງການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ, ຊຶ່ງເອກະສານທີ່ນຳມາສິດສອນ ປະກອບມີ 35 ວິຊາຮຽນ, ມີ 22 ໜ່ວຍກິດ ແລະ ມີ 360 ຊົ່ວໂມງຮຽນ, ຊຶ່ງມີນັກຝຶກອົບຮົມ ທີ່ມາຈາກຫ້ອງການອ້ອມຂ້າງເມືອງ ແລະ ບັນດາບ້ານອ້ອມຂ້າງເມືອງ ຈຳນວນ 61 ທ່ານ, ຊຶ່ງຈະໄດ້ຈັດຕັ້ງປະຕິບັດ ນັບແຕ່ວັນທີ 13 ພຶດສະພາ 2019 ຫາ ວັນທີ 12 ກໍລະກົດ 2019 ແມ່ນຈະໃຫ້ສຳເລັດຕາມແຜນການທີ່ວາງໄວ້ ພ້ອມດຽວກັນນັ້ນ ກໍຍັງມີວຽກງານອື່ນໆເຊັ່ນ: ວິທີຈັດການຮຽນ-ການສອນ, ດ້ານງົບປະມານ, ວິທີຈັດຕັ້ງປະຕິບັດ, ການປະຕິບັດນະໂຍບາຍ ແລະ ຂໍ້ແຂ່ງຂັນຍ້ອງຍໍອື່ນໆ. ທັງນີ້ ກໍເພື່ອແນ່ໃສ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ສ້າງສະຕິເຄົາລົບກົດໝາຍ ໃຫ້ແກ່ຄະນະພັກ-ຄະນະນຳຫ້ອງການ ແລະ ອຳນາດການປົກຄອງຂັ້ນບ້ານ ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ພາຍໃນເມືອງ ໄດ້ມີໂອກາດຮຽນຮູ້ ເຊື່ອມຊື່ມຕໍ່ກົດໝາຍຕ່າງໆທີ່ລັດ ແຫ່ງ ສປປ ລາວ ໄດ້ປະກາດນຳໃຊ້ຢ່າງເປັນທາງການ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ອຳນາດການປົກຄອງບ້ານ ໃນການຊີ້ນຳ-ນຳພາ ໃຫ້ເຂົ້າສູ່ລະບຽບກົດໝາຍ.

ໃນໂອກາດນີ້ ທ່ານ ອຸດອນ ສິງດາລາ, ຫົວໜ້າພະແນກຍຸຕິທຳແຂວງ ໄດ້ມີຄຳເຫັນຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານ ຈົ່ງເອົາໃຈໃສ່ຖ່າຍທອດຄວາມຮູ້ ໃຫ້ຜູ້ເຂົ້າຝຶກອົບຮົມ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດຮຽນທີ່ໄດ້ນຳມາສິດສອນໃນຄັ້ງນີ້. ນອກຈາກນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມ ຈົ່ງຕັ້ງໃຈ ຍາດແຍ່ງເອົາຄວາມຮູ້ ຈາກບັນດາຄູ-ອາຈານ ດ້ວຍຄວາມເອົາໃຈໃສ່, ຕັ້ງໃຈ ແລະ ຫ້າວຫັນ ໃນການແລກປ່ຽນຖາມ-ຕອບ ບົດຮຽນ ເພື່ອໃຫ້ຈະແຈ້ງ ແລະ ຊັດເຈນ, ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິພາບສູງຂຶ້ນ.

ຂຽນຂ່າວ-ຖ່າຍພາບ: ທອງເຫລົາ