ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ
Submitted by wickyboubphalyvanh on
ໜ່ວຍພັກກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງສະຫາຍ ກອງສີ ສາຍສຸດທາ ເລຂາໜ່ວຍພັກກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ນາງ ພູເງິນ ປະເສີດ ຄະນະໜ່ວຍພັກ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ອົງການຈັດຕັ້ງມະຫາຊົນ, ພະນັກງານສະມາຊິກພັກ ພາຍໃນກົມຄຸ້ມຄອງການການຈັດຕັ້ງປະຕິບັດ