ພິທີປິດຊຸດຝຶກອົບຮົມວຽກງານຂ່າວ ແລະ ນັກຈັດລາຍການວິທະຍຸ ຂອງຂະແໜງຍຸຕິທຳ ທີ່ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ
Submitted by xaiyphimphone on
ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 5 ກຸມພາ 2021 ຜ່ານມາ ທີ່ ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ວ່າການຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ. ມີວິທະຍາກອນ ຈາກວິທະຍຸກະຈາຍສຽງແຫ່ງຊາດ; ຜູ້ຕາງໜ້າຈາກມູນນິທິເອເຊຍ (The Asia Foundation); ສໍາມະນາກອນທີ່ມາຈາກ ກະຊວງຍຸຕິທຳ, ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມ ເຂົ້າຮ່ວມ 30 ທ່ານ ຍິງ 11 ທ່ານ.