ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ບໍລິຄຳໄຊ
Submitted by buakhao on
ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ບໍລິຄຳໄຊ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ສ້າງຂະບວນການແຂ່ງຂັນກິລາ (ບານເຕະ) ກັບພະນັກງານຫຼັກແຫຼ່ງຂອງເມືອງ ບໍລິຄັນຂຶ້ນ ໃນວັນທີ 2 ກັນຍາ 2020 ຢູ່ທີ່ເດີນກິລາເມືອງ ບໍລິຄັນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນຈະເລີນ ປຸ້ຍໄມມີ ເລຂາພັກເມືອງ ເຈົ້າເມືອງ ບໍລິຄັນ ແລະ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າພະແນກຍຸຕິທຳແຂວງ. ຕະຫຼອດການແຂ່ງຂັນທີ່ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ຄວາມສາມັກຄີຮັກແພງຂອງພະນັກງານພະແນກຍຸຕິທຳ ແລະ ພະນັກງານເມືອງ ບໍລິຄັນ.