ຫ້ອງວ່າການເມືອງ ບໍລິຄັນ ແຂວງ ບໍລິຄໍາໄຊ ໄດ້ຈັດຝຶກອົບຮົມພາລະບົດບາດຍິງ - ຊາຍ
Submitted by wickyboubphalyvanh on
ໃນວັນທີ 3 ມີຖຸນາ 2020 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ບໍລິຄັນ ແຂວງ ບໍລິຄໍາໄຊ ໄດ້ຈັດຝຶກອົບຮົມພາລະບົດບາດຍິງ - ຊາຍ ແລະ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງໃຫ້ແກ່ຜູ້ປະສານງານຂັ້ນບ້ານຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄມທອງ ແກ້ວວຽງຄຳ ກຳມະການພັກເມືອງ ຮອງເຈົ້າເມືອງ ບໍລິຄັນ ມີບັນດາຂະແໜງການທີ່ກ່ຽວຂ້ອງເຊັ່ນ ສະຫະພັນແມ່ຍິງແຂວງ, ພະແນກຍຸຕິທຳແຂວງ ແລະ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ, ພ້ອມດ້ວຍຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານເຂົ້່າຮ່ວມທັງໜົດ 38 ທ່ານ, ຍິງ 12 ທ່ານ.