ນາຍ ແລະ ພົນທະຫານກອງບັນຊາການ ປກຊ ແຂວງ ບໍ່ແກ້ວໄດ້ຮັບຟັງການໂຄສະນາເຜີຍແຜ່ນິຕິກຳ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
ກຳມະບານຮາກຖານ ພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນ ໃນວັນທີ 29 ມັງກອນ 2021 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາຫຼ້າ ອຸດທະຍອດ ຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ, ມີຄະນະພັກ, ຄະນະພະແນກ, ປະທານກຳມະບານຮາກຖານພະແນກຍຸຕິທຳ, ພ້ອມດ້ວຍສະມາຊິກກຳມະບານພາຍໃນພະແນກຍຸຕິທຳຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.
Submitted by xaiyphimphone on
ໃນຕອນບ່າຍຂອງວັນທີ 28 ມັງກອນ 2021 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ ( 01 ກຸມພາ 1965 – 01 ກຸມພາ 2021 ) ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນກຳມະບານແຂວງ ບໍ່ແກ້ວ ຄັ້ງທີ VIII ແລະ ການຍ້ອງຍໍ ປະຈໍາປີ 2019. ພາຍໃຕ້ການເປັນປະທານຂອງທ່ານ ສຸລິເດດ ບັນດາກອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ປະທານສະຫະພັນກໍາມະບານຮາກຖານພະແນກຍຸຕິທຳແຂວງ ມີສະມາຊິກກຳມະບານພາຍໃນພະແນກຍຸຕິທຳເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 14 ທ່ານ.
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ພີທີປະກາດ-ຮັບຮອງເອົາຄອບຄົວ ແລະ ບ້ານໃໝ່ ເປັນບ້ານແບບຢ່າງປະຕິບັດກົດໝາຍ. ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານໃໝ່ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ . ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານ ສົມຈິດ ງາສານກອງ ກຳມະການພັກເມືອງ ຫົວໝ້າຫ້ອງການຍຸູຕິທຳເມືອງ, ທ່ານເພັດສະໝອນ ແພງມະລົມສີ ກຳມະການພັກເມືອງ ມີ ທ່ານ ພັນແສງ ພົມປັນຍາ ເລຂາຄະນະພັກຮາກຖານກຸ່ມບ້ານໃໝ່, ຫົວໜ້າອົງການໄອຍະການປະຊາຊົນເຂດ 2, ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ມີອຳນາດການປົກຄອງບ້ານ, ພະນັກງານກໍ່ສ້າງຮາກຖານກຸ່ມ ພ້ອມດ້ວຍຄູ-ອາຈານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
Submitted by buakhao on
ໃນວັນທີ 28-29 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາຫຼ້າ ອຸດທະຍອດ ກໍາມະການພັກແຂວງ ເລຂາໜ່ວຍພັກພະແນກຍຸຕິທໍາແຂວງ, ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ, ສໍາຮອງ, ຕາງໜ້າຈາກຄະນະກວດກາພັກ-ລັດແຂວງ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ.
Submitted by buakhao on
ໃນວັນທີ 18 ທັນວາ 2020 ທີ່ຜ່ານມານີ້ ໂຄງການກໍ່ສ້າງຮ່ວມໃຈພັດທະນາສວນສາທາລະນະອານຸສອນສະຖານ ປະທານ ໄກສອນ ພົມວິຫານ ສະໂມສອນແຂວງ ປະກອບດ້ວຍພະແນກຍຸຕິທຳ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນແຂວງ ບໍ່ແກ້ວ ໄດ້ນຳພາພະນັກງານ-ລັດຖະກອນ ອອກແຮງງານລວມ ນຳພາໂດຍ ທ່ານ ຄຳຫຼ້າ ອຸດທະຍອດ ຫົວໜ້າພະແນກຍຸຕິທຳແຂວງບໍ່ແກ້ວ.
Submitted by buakhao on
ໃນວັນທີ 17 ທັນວາ 2020 ຜ່ານມານີ້ ຢູ່ທີ່ສູນຝຶກອົບຮົມ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ໄດ້ຈັດພິທີປິດການຮຽນ-ການສອນ ກົດໝາຍຂັ້ນພື້ນຖານ ລະບົບບຳລຸງ 45 ວັນ ຊຸດທີ I ປະຈຳປີ 2020 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງ ບໍ່ແກ້ວ, ມີບັນດາຄະນະປະຈໍາ, ກຳມະການພັກເມືອງ, ຄະນະຮັບຜິດຊອບການຝຶກອົບຮົມຂັ້ນແຂວງ, ເມືອງ, ຄະນະຄູຝຶກ, ແຂກຖືກເຊີນ ພະນັກງານວິຊາການຫ້ອງການທີ່່ກ່ຽວຂ້ອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 75 ທ່ານ, ຍິງ 15 ທ່ານ.