ພະແນກຍຸຕິທຳແຂວງ ສະຫວັນນະເຂດ ສະຫຼຸບປິດ ແລະ ມອບ-ຮັບໃບຢັ້ງຢືນບໍາລຸງກົດໝາຍຂັ້ນພື້ນຖານ 45 ວັນຊຸດທີ VIII ປີ 2020
Submitted by SomVang on
ໃນຕອນເຊົ້າຂອງວັນທີ 15 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໄດ້ມີພິທີປິດການຮຽນ-ການສອນ ແລະ ມອບໃບຢັ້ງຢືນ ໃຫ້ນັກຝຶກອົບຮົມຈົບຫຼັກສູດກົດໝາຍ ຂັ້ນພື້ນຖານ ລະບົບບຳລຸງ 45 ວັນ ຊຸດທີ VIII ໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ນະຄອນ ແລະ ແຂວງ ສົກປີ 2020, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບໃບຢັ້ງຢືນຂອງ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ, ໃນພິທີມີບັນດາແຂກ-ຄູອາຈານ ອ້ອມຂ້າງແຂວງ ແລະ ຝຶກອົບຮົມ ເຂົ້າຮ່ວມທັງໝົດ 70 ທ່ານ, ຍິງ 11 ທ່ານ.