ກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມເຕັກນິກການໂຄສະນາກົດໝາຍ ແລະ ປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ເຫຼັ້ມ III
Submitted by xaiyphimphone on
ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ, ນັກຮຽນ, ນັກສຶກສາ ໂດຍສະເພາະ ຜູ້ທີ່ເຮັດໜ້າທີ່ໃນການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆ ໄດ້ມີບ່ອນອີງໃນການສຶກສາ, ຄົ້ນຄວ້າ ແລະ ອຳນວຍ ຄວາມສະດວກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານນັ້ນ ໃນວັນທີ 23 ພຶດສະພາ 2017 ຢູ່ທີ່ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງປື້ມຄູ່ມືເຕັກນິກ ການໂຄສະນາກົດໝາຍ ແລະ ຂຽນປື້ມຄູ່ມືບາງຂະແໜງກົດໝາຍ ແລະ ວຽກງານຍຸຕິທຳ ສຳລັບການໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນ ເຫຼັ້ມ III ຂຶ້ນ ພາຍໃຕ້ການສະໜັບສະໜູນຂອງໂຄງການມູນນິ ທິເອເຊຍ ໂດຍການເປັນປະທານຂອງ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີບັນດາທ່ານ