ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 ຫາ 27 ມີນາ 2019 ຢູ່ທີ່ ໂຮງແຮມວິໄລສັກ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ຕາງໜ້າຈາກໂຄງການ ເຊກາ (CEGGA), ບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 22 ທານ, ຍິງ 6 ທ່ານ. 

ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ

ຢູ່ທີ່ສູນ ICTC ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ຂຶ້ນລະຫວ່າງວັນທີ 28 ກຸມພາ ຫາ 1 ມີນາ 2019 ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຫົວໜ້າກົມ, ຮອງກົມ, ບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 60 ທານ, ຍິງ 25 ທ່ານ.

Subscribe to RSS - ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ເນື້ອໃນ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ