ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ

ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ

     ໃນ​ວັນ​ທີ 8 ກ​ຸມພາ 2017 ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ປັບປຸງຮ່າງ​ຂໍ້​ຕົກລົງ​ວ່າ​ດ້ວຍ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ​ຂຶ້ນ ຢູ່​ທີ່​ໂຮງແຮມພູນ​ຊັບ ທ່າ​ລາດ, ​ແຂວງ​ວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ພູທອນ ​ແກ້ວ​ດວງ​ມະນີ ຄະນະ​ພັກ​ກະຊວງ, ຫົວໜ້າ​ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ, ມີ​ທ່ານ ຮອງ​ຫົວໜ້າ​ກົມ, ຮອງ​ຫົວໜ້າ​ຫ້ອງ​ວ່າການປົກຄອງ​ແຂວງ ​ແລະ ພະ​ແນ​ກຍຸຕິ​ທຳ​ແຂວງຈາກ 5 ​ແຂວງ, ຜູ້ຕາງໜ້າ​ຈາກ 4 ກະຊວງ ​ແລະ 2 ອົງການ​ລັດ​ເຂົ້າ​ຮ່ວມທັງ​ໝົດ 22 ທ່ານ ຍິງ 6 ທ່ານ ຊຶ່ງກອງ​ປະຊຸ​ມຈະ​ດຳ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ 10 ​ກຸມພາ 2017.

Subscribe to RSS - ກະຊວງຍຸຕິທຳ ຈັດກອງປະຊຸມປັບປຸງຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ